-
ເນເຮມີຢາ 9:36, 37ຄຳພີໄບເບິນສະບັບແປໂລກໃໝ່
-
-
36 ຍ້ອນແນວນີ້ ພວກເຮົາຈຶ່ງເປັນທາດ+ຢູ່ແຜ່ນດິນນີ້ ທັງໆທີ່ພະອົງເອົາແຜ່ນດິນນີ້ໃຫ້ປູ່ຍ່າຕານາຍຂອງພວກເຮົາເພື່ອໃຫ້ເຂົາເຈົ້າໄດ້ກິນຜົນລະປູກທີ່ດີໆແລະມີຄວາມສຸກກັບສິ່ງທີ່ດີໆ. 37 ຍ້ອນພວກເຮົາເຮັດຜິດ ຜົນລະປູກທີ່ດີໆຈຶ່ງຕົກເປັນຂອງພວກກະສັດຕ່າງຊາດທີ່ພະອົງໃຫ້ປົກຄອງພວກເຮົາ.+ ເຂົາເຈົ້າປົກຄອງພວກເຮົາແລະຝູງສັດຂອງພວກເຮົາຕາມໃຈມັກ ເຊິ່ງເຮັດໃຫ້ພວກເຮົາລຳບາກຫຼາຍ.
-
-
ເພງສັນລະເສີນ 79:4ຄຳພີໄບເບິນສະບັບແປໂລກໃໝ່
-
-
4 ພວກເຮົາຖືກເພື່ອນບ້ານຕຳໜິ.+
ຄົນອ້ອມຂ້າງກໍດູຖູກແລະເຍາະເຍີ້ຍພວກເຮົາ.
-