ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອັດຊະຣາ 7:6
    ຄຳພີໄບເບິນສະບັບແປໂລກໃໝ່
    • 6 ເອັດຊະຣາ​ມາ​ຈາກ​ບາບີໂລນ. ລາວ​ຊຳນານ​ໃນ​ການ​ຄັດ​ລອກ​ກົດ​ໝາຍ​ຂອງ​ໂມເຊ+​ເຊິ່ງ​ເປັນ​ກົດໝາຍ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ເອົາ​ໃຫ້ປະຊາຊົນຂອງ​ເພິ່ນ. ເອັດຊະຣາ​ຂໍ​ຫຍັງ​ນຳ​ກະສັດ​ກໍ​ໄດ້​ໝົດ ຍ້ອນ​ວ່າ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ລາວ​ຢູ່​ກັບ​ລາວ.

  • ເອັດຊະຣາ 7:28
    ຄຳພີໄບເບິນສະບັບແປໂລກໃໝ່
    • 28 ເພິ່ນ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຕໍ່​ຂ້ອຍ ເພິ່ນ​ຈຶ່ງ​ໃຫ້​ກະສັດ+ ພວກ​ທີ່​ປຶກສາ+ ແລະ​ພວກ​ເຈົ້າ​ນາຍ​ທຸກ​ຄົນ​ຂອງ​ກະສັດມັກ​ຂ້ອຍ​ແລະ​ຢາກ​ຊ່ວຍ​ຂ້ອຍ. ຍ້ອນ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ຂ້ອຍ​ຢູ່​ນຳ​ຂ້ອຍ ຂ້ອຍ​ຈຶ່ງ​ກ້າຫານ ແລະ​ຂ້ອຍ​ໄດ້​ພາ​ຫົວ​ໜ້າ​ບາງຄົນຂອງ​ພວກ​ອິດສະຣາເອນ​ກັບ​ໄປ​ເມືອງເຢຣູຊາເລັມນຳ.

  • ເນເຮມີຢາ 2:7, 8
    ຄຳພີໄບເບິນສະບັບແປໂລກໃໝ່
    • 7 ຂ້ອຍ​ຍັງ​ໄດ້​ເວົ້າ​ກັບ​ກະສັດ​ວ່າ: “ຖ້າ​ທ່ານ​ເຫັນ​ດີ ຂໍ​ໃຫ້​ທ່ານ​ຂຽນ​ຈົດ​ໝາຍ​ໄປ​ຫາ​ພວກ​ເຈົ້າ​ແຂວງ​ທີ່​ຢູ່​ທາງ​ທິດຕາເວັນຕົກ​ຂອງ​ແມ່​ນ້ຳ​ເອິຟາຣາດ​ແລະ​ໃຫ້​ຂ້ອຍ​ຖື​ຈົດ​ໝາຍ​ໄປ+ ເພື່ອ​ເຂົາ​ເຈົ້າ​ຈະ​ໃຫ້​ຂ້ອຍ​ຜ່ານ​ເຂດ​ຂອງ​ເຂົາ​ເຈົ້າ​ແລະ​ຂ້ອຍ​ຈະ​ໄດ້​ໄປ​ຮອດ​ຢູດາ​ຢ່າງ​ປອດໄພ. 8 ຂໍ​ໃຫ້​ທ່ານ​ຂຽນ​ຈົດ​ໝາຍ​ໄປ​ຫາ​ອາສັບ​ທີ່​ເປັນ​ຜູ້​ເບິ່ງ​ແຍງ​ປ່າ​ໄມ້​ຂອງ​ທ່ານ ເພື່ອ​ລາວ​ຈະ​ເອົາ​ໄມ້​ໃຫ້​ຂ້ອຍ​ໄປ​ເຮັດ​ປະຕູ​ປ້ອມ+​ທີ່​ຢູ່​ໃກ້ກັບ​ວິຫານ ເຮັດ​ກຳແພງ​ເມືອງ+ ແລະ​ປຸກ​ເຮືອນ​ທີ່​ຂ້ອຍ​ຈະ​ຢູ່.” ຍ້ອນພະເຈົ້າ​ຊ່ວຍ​ຂ້ອຍ+ ກະສັດ​ຈຶ່ງ​ຂຽນ​ຈົດ​ໝາຍ​ໃຫ້​ຂ້ອຍ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌