ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຈົດເຊັນບັນຊີ 22:4-6
    ຄຳພີໄບເບິນສະບັບແປໂລກໃໝ່
    • 4 ພວກ​ໂມອາບ​ກໍ​ໄປ​ເວົ້າ​ກັບ​ພວກ​ຫົວ​ໜ້າ​ຄົນ​ມີດີອານ+ວ່າ: “ອີກ​ຈັກ​ໜ້ອຍ​ພວກ​ນັ້ນ​ກໍ​ຈະ​ມາ​ຈັດ​ການ​ກັບ​ພວກ​ເຮົາ​ຄື​ກັບ​ງົວ​ກິນ​ຫຍ້າ​ຈົນ​ກ້ຽງ​ໝົດ.”

      ຕອນ​ນັ້ນ ບາລາກ​ລູກ​ຊາຍ​ຂອງ​ຊິບໂປ​ເປັນ​ກະສັດ​ຂອງ​ໂມອາບ. 5 ບາລາກ​ສົ່ງ​ຄົນ​ໄປ​ຫາ​ບາລາອາມ​ລູກ​ຊາຍ​ຂອງ​ເບໂອ. ບາລາອາມ​ຢູ່​ບ້ານ​ເກີດ​ຂອງ​ໂຕເອງ​ທີ່​ຢູ່​ເປ​ໂທ+ໃກ້​ໆ​ແມ່​ນ້ຳ​ເອິຟາຣາດ. ບາລາກ​ຝາກ​ຄວາມ​ມາ​ບອກ​ບາລາອາມ​ວ່າ: “ເບິ່ງ​ພວກ​ທີ່​ອອກ​ມາ​ຈາກ​ເອຢິບ​ແມ້! ພວກ​ເຂົາ​ມີ​ບັກ​ຫຼາຍ​ໆ​+ ແລະ​ຕອນ​ນີ້​ພວກ​ເຂົາ​ມາ​ຕັ້ງ​ຄ້າຍ​ພັກ​ຢູ່​ໃກ້​ໆ​ຂ້ອຍ​ແລ້ວ! 6 ຂໍ​ໃຫ້​ເຈົ້າ​ມາ​ສາບ​ແຊ່ງ​ຄົນ​ພວກ​ນີ້​ໃຫ້​ຂ້ອຍ​ແດ່+ ຍ້ອນ​ພວກ​ເຂົາມີ​ຄົນ​ຫຼາຍ​ກວ່າຂ້ອຍ. ຖ້າ​ເຈົ້າ​ຊ່ວຍ​ຂ້ອຍ ຂ້ອຍ​ອາດ​ຈະ​ຊະນະ ແລະ​ໄລ່​ພວກ​ເຂົາ​ອອກ​ຈາກ​ແຜ່ນດິນ​ຂອງ​ຂ້ອຍ​ໄດ້ ເພາະ​ຂ້ອຍ​ຮູ້​ວ່າ​ຖ້າ​ເຈົ້າ​ອວຍພອນ​ໃຫ້​ຜູ້​ໃດ ຜູ້​ນັ້ນ​ກໍ​ຈະ​ໄດ້​ພອນ ແລະ​ຖ້າ​ເຈົ້າ​ສາບ​ແຊ່ງ​ຜູ້​ໃດ ຜູ້​ນັ້ນ​ກໍ​ຈະ​ຖືກ​ສາບ​ແຊ່ງ.”

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌