ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອັດຊະຣາ 9:1, 2
    ຄຳພີໄບເບິນສະບັບແປໂລກໃໝ່
    • 9 ຫຼັງ​ຈາກ​ທີ່​ພວກ​ເຮົາ​ເຮັດ​ສິ່ງ​ເຫຼົ່ານີ້​ແລ້ວ ພວກ​ຫົວ​ໜ້າ​ໄດ້​ມາ​ຫາ​ຂ້ອຍ​ແລະ​ບອກ​ວ່າ: “ພວກ​ອິດສະຣາເອນ ພວກ​ປະໂລຫິດ ແລະ​ພວກເລວີ​ບໍ່​ໄດ້​ແຍກ​ໂຕ​ຢູ່​ຕ່າງ​ຫາກ​ຈາກ​ຊາດ​ຕ່າງ​ໆ​ທີ່​ຢູ່ອ້ອມ​ຂ້າງ. ເຂົາ​ເຈົ້າ​ເຮັດ​ສິ່ງ​ທີ່​ພະເຈົ້າ​ຂີ້ດຽດ+​ຄື​ກັບ​ພວກ​ການາອານ ພວກ​ເຮດ ພວກ​ເປຣິຊີ ພວກ​ເຢບຸດ ພວກ​ອຳໂມນ ພວກ​ໂມອາບ ພວກ​ເອຢິບ+ ແລະ​ພວກ​ອາໂມ.+ 2 ເຂົາ​ເຈົ້າ​ເອົາ​ຜູ້​ຍິງ​ຈາກ​ຊາດ​ເຫຼົ່ານີ້​ມາ​ເປັນ​ເມຍ​ແລະ​ມາ​ເປັນ​ລູກໃພ້.+ ຍ້ອນ​ແນວ​ນີ້ ເຂົາ​ເຈົ້າ​ຈຶ່ງ​ເຮັດ​ໃຫ້​ໂຕເອງ​ເຊິ່ງ​ເປັນ​ລູກ​ຫຼານ​ທີ່​ບໍລິສຸດ+​ໄປ​ປົນ​ກັບ​ຄົນ​ຂອງ​ຊາດ​ຕ່າງ​ໆ​ທີ່​ຢູ່​ອ້ອມ​ຂ້າງ.+ ພວກ​ເຈົ້າ​ນາຍ​ກັບ​ພວກ​ຜູ້ປົກຄອງເປັນ​ຜູ້​ທີ່​ເຮັດ​ຜິດກ່ອນໝູ່ ແລ້ວ​ເຂົາ​ເຈົ້າ​ກໍ​ພາ​ຄົນ​ອື່ນ​ເຮັດ​ຜິດ​ຄື​ກັນ.”

  • ເອັດຊະຣາ 10:10
    ຄຳພີໄບເບິນສະບັບແປໂລກໃໝ່
    • 10 ປະໂລຫິດ​ເອັດຊະຣາ​ໄດ້​ລຸກ​ຂຶ້ນ​ແລະ​ເວົ້າ​ກັບ​ເຂົາ​ເຈົ້າ​ວ່າ: “ພວກ​ເຈົ້າ​ບໍ່​ເຊື່ອ​ຟັງ​ພະເຈົ້າ ແລ້ວ​ໄປ​ເອົາ​ຜູ້​ຍິງ​ຕ່າງ​ຊາດ​ມາ​ເປັນ​ເມຍ+​ແລະ​ເຮັດ​ໃຫ້​ອິດສະຣາເອນ​ມີ​ຄວາມ​ຜິດ​ຫຼາຍ​ຂຶ້ນ.

  • 2 ໂກຣິນໂທ 6:14
    ຄຳພີໄບເບິນສະບັບແປໂລກໃໝ່
    • 14 ຢ່າ​ມີ​ສ່ວນ​ຮ່ວມ​ຫຍັງ​ກັບ​ຄົນ​ທີ່​ບໍ່​ເຊື່ອ*+ ຍ້ອນ​ຄວາມ​ດີ​ຈະ​ມີ​ສ່ວນ​ຮ່ວມ​ກັບ​ຄວາມ​ຊົ່ວ​ໄດ້​ແນວ​ໃດ?+ ຄວາມ​ສະຫວ່າງ​ຈະ​ເຂົ້າ​ກັບ​ຄວາມ​ມືດ​ໄດ້​ບໍ?+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌