ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ໂຢຊວຍ 9:3
    ຄຳພີໄບເບິນສະບັບແປໂລກໃໝ່
    • 3 ຄົນ​ທີ່​ຢູ່​ເມືອງ​ກິເບໂອນ+​ໄດ້​ຍິນ​ວ່າ​ໂຢຊວຍ​ໄດ້ທຳລາຍເມືອງ​ເຢຣິໂກ+​ແລະ​ເມືອງ​ອາອີ+​ແນວ​ໃດ

  • ໂຢຊວຍ 9:27
    ຄຳພີໄບເບິນສະບັບແປໂລກໃໝ່
    • 27 ຕັ້ງ​ແຕ່​ມື້​ນັ້ນ ໂຢຊວຍ​ໄດ້​ໃຫ້​ເຂົາ​ເຈົ້າ​ເປັນ​ຄົນ​ຫາ​ຟືນ​ແລະ​ຕັກ​ນ້ຳ​ສຳລັບ​ພວກ​ອິດສະຣາເອນ+​ແລະ​ສຳລັບ​ແທ່ນ​ບູຊາ​ຂອງ​ພະ​ເຢໂຫວາຕາມ​ບ່ອນ​ທີ່​ເພິ່ນ​ໄດ້​ເລືອກ​ໄວ້.+ ເຂົາ​ເຈົ້າ​ເຮັດ​ແນວ​ນັ້ນ​ຈົນ​ຮອດ​ທຸກ​ມື້​ນີ້.+

  • 1 ຂ່າວຄາວ 9:2
    ຄຳພີໄບເບິນສະບັບແປໂລກໃໝ່
    • 2 ພວກ​ທຳອິດ​ທີ່​ກັບ​ຄືນ​ມາ​ຢູ່​ເມືອງ​ຕ່າງ​ໆ​ຂອງ​ເຂົາເຈົ້າ​ມີ: ພວກ​ອິດສະຣາເອນ​ບາງຄົນ ພວກ​ປະໂລຫິດ ພວກ​ເລວີ ແລະ​ພວກ​ທີ່​ຮັບໃຊ້​ໃນ​ວິຫານ.*+

  • ເອັດຊະຣາ 2:43-54
    ຄຳພີໄບເບິນສະບັບແປໂລກໃໝ່
    • 43 ພວກ​ຄົນ​ຮັບ​ໃຊ້​ໃນ​ວິຫານ*+​ທີ່​ກັບ​ມາ​ມີ: ລູກ​ຫຼານ​ຂອງ​ຊີຮາ ລູກ​ຫຼານ​ຂອງ​ຮາສູຟາ ລູກ​ຫຼານ​ຂອງ​ຕັບບາໂອດ 44 ລູກ​ຫຼານ​ຂອງ​ເກໂຣດ ລູກ​ຫຼານ​ຂອງ​ສີອາຮາ ລູກ​ຫຼານ​ຂອງ​ປາໂດນ 45 ລູກ​ຫຼານ​ຂອງ​ເລບານາ ລູກ​ຫຼານ​ຂອງ​ຮາກາບາ ລູກ​ຫຼານ​ຂອງ​ອັກກຸບ 46 ລູກ​ຫຼານ​ຂອງ​ຮາກາບ ລູກ​ຫຼານ​ຂອງ​ສັນ​ມາຍ ລູກ​ຫຼານ​ຂອງ​ຮານານ 47 ລູກ​ຫຼານ​ຂອງ​ກິດເດນ ລູກ​ຫຼານ​ຂອງ​ກາຮາ ລູກ​ຫຼານ​ຂອງ​ເຣອາຢາ 48 ລູກ​ຫຼານ​ຂອງ​ເຣຊິນ ລູກ​ຫຼານ​ຂອງ​ເນໂກດາ ລູກ​ຫຼານ​ຂອງ​ກັດຊຳ 49 ລູກ​ຫຼານ​ຂອງ​ອຸດຊາ ລູກ​ຫຼານ​ຂອງ​ປາເສອາ ລູກ​ຫຼານ​ຂອງ​ເບສາຍ 50 ລູກ​ຫຼານ​ຂອງ​ອາເຊນາ ລູກ​ຫຼານ​ຂອງ​ເມອູນີມ ລູກ​ຫຼານ​ຂອງ​ເນຟີສີມ 51 ລູກ​ຫຼານ​ຂອງ​ບັກບຸກ ລູກ​ຫຼານ​ຂອງ​ຮາກູຟາ ລູກ​ຫຼານ​ຂອງ​ຮາຮູ 52 ລູກ​ຫຼານ​ຂອງ​ບັດຊະລູດ ລູກ​ຫຼານ​ຂອງ​ເມຮີດາ ລູກ​ຫຼານ​ຂອງ​ຮາຊາ 53 ລູກ​ຫຼານ​ຂອງ​ບາໂກດ ລູກ​ຫຼານ​ຂອງ​ຊີເຊຣາ ລູກ​ຫຼານ​ຂອງ​ເຕມາ 54 ລູກ​ຫຼານ​ຂອງ​ເນຊີຢາ ແລະ​ລູກ​ຫຼານ​ຂອງ​ຮາຕິຟາ.

  • ເອັດຊະຣາ 8:17
    ຄຳພີໄບເບິນສະບັບແປໂລກໃໝ່
    • 17 ຈາກ​ນັ້ນ ຂ້ອຍ​ສັ່ງ​ເຂົາ​ເຈົ້າ​ໃຫ້​ໄປ​ຫາ​ອິດໂດ​ທີ່​ເປັນ​ຫົວ​ໜ້າ​ຢູ່​ກາຊິເຟຍ ແລະ​ໃຫ້​ບອກ​ລາວ​ກັບ​ພວກ​ພີ່ນ້ອງ​ທີ່​ເປັນ​ຜູ້​ຮັບ​ໃຊ້​ໃນ​ວິຫານ*​ເຊິ່ງ​ອາໄສ​ຢູ່​ກາຊິເຟຍ​ວ່າ ພວກ​ເຮົາ​ຢາກ​ໃຫ້​ເຂົາ​ເຈົ້າ​ພາ​ຜູ້​ຮັບ​ໃຊ້​ໃນ​ວິຫານ​ຂອງ​ພະເຈົ້າ​ມາ​ນີ້.

  • ເອັດຊະຣາ 8:20
    ຄຳພີໄບເບິນສະບັບແປໂລກໃໝ່
    • 20 ນອກ​ຈາກ​ນັ້ນ​ຍັງ​ມີ​ຄົນ​ຮັບ​ໃຊ້​ໃນ​ວິຫານ​ອີກ 220 ຄົນ. ເຂົາ​ເຈົ້າ​ມີ​ຊື່​ໃນປຶ້ມລາຍຊື່​ຜູ້​ທີ່​ລົງ​ທະບຽນ. ໃນ​ສະໄໝ​ແຕ່ກີ້ ດາວິດ​ກັບ​ພວກ​ເຈົ້າ​ນາຍ​ໄດ້​ເລືອກ​ປູ່ຍ່າຕານາຍ​ຂອງ​ເຂົາ​ເຈົ້າໃຫ້​ຊ່ວຍ​ວຽກ​ພວກເລວີ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌