-
ປະຖົມມະການ 20:6, 7ຄຳພີໄບເບິນສະບັບແປໂລກໃໝ່
-
-
6 ພະເຈົ້າທ່ຽງແທ້ເວົ້າກັບລາວໃນຄວາມຝັນອີກວ່າ: “ເຮົາຮູ້ວ່າເຈົ້າບໍ່ໄດ້ຕັ້ງໃຈເຮັດຜິດ ເຮົາຈຶ່ງມາຫ້າມບໍ່ໃຫ້ເຈົ້າເຮັດຜິດຕໍ່ເຮົາແລະບໍ່ໃຫ້ເຈົ້ານອນນຳລາວ. 7 ໃຫ້ສົ່ງລາວຄືນໄປໃຫ້ຜົວ ເພາະຜົວລາວເປັນຜູ້ພະຍາກອນ.+ ລາວຈະອະທິດຖານໃຫ້ເຈົ້າ+ແລະເຈົ້າຈະບໍ່ຕາຍ. ແຕ່ຖ້າເຈົ້າບໍ່ສົ່ງເມຍຂອງລາວກັບໄປ ເຈົ້າກັບຄົນຂອງເຈົ້າທຸກຄົນຈະຕາຍແນ່ນອນ.”
-
-
ມັດທາຍ 27:19ຄຳພີໄບເບິນສະບັບແປໂລກໃໝ່
-
-
19 ນອກຈາກນັ້ນ ຕອນທີ່ລາວນັ່ງຢູ່ບັນລັງຕັດສິນ ເມຍຂອງລາວໃຊ້ຄົນມາບອກວ່າ: “ຢ່າເຮັດຫຍັງໃຫ້ຜູ້ຊາຍທີ່ບໍລິສຸດຄົນນີ້. ຂ້ອຍຝັນກ່ຽວກັບລາວແລະມັນເປັນຕາຢ້ານຫຼາຍ.”
-