ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ປະຖົມມະການ 32:10
    ຄຳພີໄບເບິນສະບັບແປໂລກໃໝ່
    • 10 ລູກ​ບໍ່​ສົມຄວນ​ຈະ​ໄດ້​ຮັບ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ແລະ​ຄວາມ​ສັດ​ຊື່​ທີ່​ພະອົງ​ສະແດງ​ຕໍ່​ລູກ​ເລີຍ.+ ຕອນ​ທີ່​ຂ້າມ​ແມ່ນ້ຳ​ຈໍ​ແດນ​ນີ້​ມາ ລູກ​ມີ​ແຕ່​ໄມ້​ຄ້ອນ​ເທົ້າ​ອັນ​ດຽວ ແຕ່​ຕອນ​ນີ້​ລູກ​ມີ​ທັງ​ຄົນ​ແລະ​ສັດ​ຫຼາຍຈົນ​ແບ່ງ​ອອກ​ເປັນ 2 ກຸ່ມ​ໄດ້.+

  • 1 ຊາມູເອນ 2:7
    ຄຳພີໄບເບິນສະບັບແປໂລກໃໝ່
    •  7 ພະ​ເຢໂຫວາ​ເຮັດ​ໃຫ້​ທຸກຍາກ​ແລະ​ເຮັດ​ໃຫ້​ຮັ່ງມີ​ໄດ້.+

      ເພິ່ນ​ເຮັດ​ໃຫ້​ຕົກຕ່ຳ​ແລະ​ຍົກ​ໃຫ້​ສູງ​ຂຶ້ນ​ໄດ້.+

  • 2 ຂ່າວຄາວ 25:9
    ຄຳພີໄບເບິນສະບັບແປໂລກໃໝ່
    • 9 ອາມາຊີຢາ​ເວົ້າ​ກັບ​ຄົນ​ຂອງ​ພະເຈົ້າ​ທ່ຽງແທ້​ວ່າ: “ແລ້ວ​ເງິນ​ໜັກ 100 ຕະລັນ*​ທີ່​ຂ້ອຍ​ເອົາ​ໃຫ້​ພວກ​ທະຫານ​ອິດສະຣາເອນ​ເດ?” ຄົນ​ຂອງ​ພະເຈົ້າ​ທ່ຽງແທ້​ຕອບ​ວ່າ: “ພະ​ເຢໂຫວາ​ສາມາດ​ເອົາ​ເງິນ​ໃຫ້​ທ່ານ​ໄດ້​ຫຼາຍ​ກວ່າ​ນັ້ນ​ອີກ.”+

  • ສຸພາສິດ 22:4
    ຄຳພີໄບເບິນສະບັບແປໂລກໃໝ່
    •  4 ຄົນ​ທີ່​ຖ່ອມ​ແລະ​ຢ້ານຢຳ​ພະເຢໂຫວາ

      ຈະ​ໄດ້​ຮັບ​ພອນ* ໄດ້​ຮັບ​ກຽດ ແລະ​ໄດ້​ຊີວິດ.+

  • ເອຊາຢາ 61:7
    ຄຳພີໄບເບິນສະບັບແປໂລກໃໝ່
    •  7 ປະຊາຊົນ​ຂອງ​ເຮົາ​ເຄີຍ​ອັບອາຍ ແຕ່​ຕອນນີ້​ເຂົາເຈົ້າ​ຈະ​ໄດ້​ສ່ວນ​ແບ່ງ 2 ເທົ່າ

      ແລະ​ແທນ​ທີ່​ຈະ​ຂາຍໜ້າ ເຂົາເຈົ້າ​ຈະ​ຮ້ອງ​ຢ່າງ​ມີ​ຄວາມສຸກ​ທີ່​ໄດ້​ສ່ວນ​ແບ່ງ​ນັ້ນ.

      ເຂົາເຈົ້າ​ຈະ​ໄດ້​ສ່ວນ​ແບ່ງ 2 ເທົ່າ​ໃນ​ແຜ່ນດິນ​ຂອງ​ໂຕເອງ+

      ແລະ​ເຂົາເຈົ້າ​ຈະ​ມີ​ຄວາມສຸກ​ຕະຫຼອດໄປ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌