ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 2 ຊາມູເອນ 17:23
    ຄຳພີໄບເບິນສະບັບແປໂລກໃໝ່
    • 23 ເມື່ອ​ອາຮີໂທເຟັນ​ເຫັນ​ວ່າ​ອັບຊາໂລມ​ບໍ່​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ລາວ ລາວ​ຈຶ່ງ​ເອົາ​ອານ​ໃສ່​ຫຼັງ​ລາ​ແລ້ວ​ຂີ່​ກັບ​ໄປ​ບ້ານ​ເກີດ​ຂອງ​ໂຕເອງ.+ ຫຼັງ​ຈາກ​ລາວ​ຂຽນ​ສັ່ງ​ເລື່ອງ​ຕ່າງ​ໆ​ໃນ​ຄອບຄົວ​ແລ້ວ+ ລາວ​ກໍ​ແຂວນ​ຄໍ​ຕາຍ.+ ລາວ​ຖືກ​ຝັງ​ຢູ່​ບ່ອນ​ຝັງ​ສົບ​ຂອງ​ຄອບຄົວ.

  • 2 ຊາມູເອນ 18:14
    ຄຳພີໄບເບິນສະບັບແປໂລກໃໝ່
    • 14 ໂຢອາບ​ເວົ້າ​ວ່າ: “ຂ້ອຍ​ຈະ​ບໍ່​ເສຍ​ເວລາ​ລົມ​ກັບ​ເຈົ້າ​ແລ້ວ!” ຈາກ​ນັ້ນ ໂຢອາບ​ກໍ​ເອົາ​ມີດ​ສັ້ນ* 3 ອັນໄປ​ແທງ​ຫົວໃຈ​ຂອງ​ອັບຊາໂລມ​ຈົນ​ຊອດ ເຊິ່ງ​ຕອນ​ນັ້ນ​ລາວ​ຍັງ​ບໍ່​ທັນ​ຕາຍ​ແລະ​ຫ້ອຍ​ຢູ່​ເທິງ​ຕົ້ນ​ໄມ້​ໃຫຍ່.

  • ເພງສັນລະເສີນ 109:15
    ຄຳພີໄບເບິນສະບັບແປໂລກໃໝ່
    • 15 ຂໍ​ໃຫ້​ພະ​ເຢໂຫວາ​ຢ່າ​ລືມ​ວ່າ​ເຂົາເຈົ້າ​ເຮັດ​ຫຍັງ​ແດ່

      ແລະ​ຂໍ​ໃຫ້​ລຶບ​ຊື່​ຂອງ​ເຂົາເຈົ້າ​ອອກ​ໄປ​ຈາກ​ໂລກ​ນີ້.+

  • ມັດທາຍ 27:3
    ຄຳພີໄບເບິນສະບັບແປໂລກໃໝ່
    • 3 ເມື່ອ​ຢູດາ​ຜູ້​ທີ່​ທໍລະຍົດ​ເຫັນ​ວ່າ​ພະ​ເຢຊູ​ຖືກ​ຕັດສິນ​ລົງໂທດ ລາວ​ກໍ​ຮູ້ສຶກ​ເສຍໃຈ. ລາວ​ຈຶ່ງ​ເອົາ​ຫຼຽນ​ເງິນ 30 ຫຼຽນ​ໄປ​ສົ່ງ​ຄືນ​ໃຫ້​ພວກ​ຫົວໜ້າ​ປະໂລຫິດ​ກັບ​ພວກ​ຜູ້​ນຳ​ຄົນ​ຢິວ.+

  • ມັດທາຍ 27:5
    ຄຳພີໄບເບິນສະບັບແປໂລກໃໝ່
    • 5 ຢູດາ​ຈຶ່ງ​ໂຍນ​ຫຼຽນ​ເງິນ​ໄວ້​ໃນ​ວິຫານ ແລ້ວ​ໄປ​ແຂວນ​ຄໍ​ຕາຍ.+

  • ກິດຈະການ 1:16
    ຄຳພີໄບເບິນສະບັບແປໂລກໃໝ່
    • 16 “ພີ່ນ້ອງ​ເອີ້ຍ ເລື່ອງ​ທີ່​ພະລັງ​ບໍລິສຸດ​ໄດ້​ດົນ​ໃຈ​ດາວິດ​ໃຫ້​ບອກ​ລ່ວງ​ໜ້າ​ກ່ຽວກັບ​ຢູດາ​ຕ້ອງ​ເກີດ​ຂຶ້ນ​ແທ້.+ ລາວ​ເປັນ​ຜູ້​ທີ່​ພາ​ຄົນ​ບັກ​ຫຼາຍ​ໆ​ມາ​ຈັບ​ພະ​ເຢຊູ.+

  • ກິດຈະການ 1:18
    ຄຳພີໄບເບິນສະບັບແປໂລກໃໝ່
    • 18 (ຢູດາ​ຜູ້​ນີ້​ໄດ້​ຊື້​ນາ​ທົ່ງ​ໜຶ່ງ​ດ້ວຍ​ຄ່າ​ຈ້າງ​ທີ່​ໄດ້​ມາ​ຈາກ​ການ​ເຮັດ​ຊົ່ວ+ ຫົວ​ຂອງ​ລາວ​ຟາດ​ໃສ່​ຫີນ ທ້ອງ​ແຕກ​ແລະ​ໄສ້​ໂລ່​ອອກ​ມາ​ໝົດ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌