-
ພະບັນຍັດ 6:10-12ຄຳພີໄບເບິນສະບັບແປໂລກໃໝ່
-
-
10 ເມື່ອພະເຢໂຫວາພະເຈົ້າຂອງເຈົ້າພາເຈົ້າເຂົ້າໄປໃນແຜ່ນດິນທີ່ເພິ່ນສັນຍາກັບອັບຣາຮາມ ອີຊາກ ແລະຢາໂຄບທີ່ເປັນປູ່ຍ່າຕານາຍຂອງເຈົ້າວ່າຈະເອົາໃຫ້ເຈົ້າ+ ເຊິ່ງເປັນແຜ່ນດິນທີ່ມີເມືອງໃຫຍ່ໆງາມໆທີ່ເຈົ້າບໍ່ໄດ້ສ້າງ+ 11 ມີເຮືອນທີ່ເຕັມແຕ່ສິ່ງດີໆທີ່ເຈົ້າບໍ່ໄດ້ອອກແຮງຫາມາ ມີນ້ຳສ້າງທີ່ເຈົ້າບໍ່ໄດ້ຂຸດ ມີສວນໝາກລະແຊັງແລະຕົ້ນໝາກກອກທີ່ເຈົ້າບໍ່ໄດ້ປູກ ຖ້າເຈົ້າໄດ້ກິນຈົນພໍໃຈແລ້ວ+ 12 ໃຫ້ລະວັງ ຢ່າລືມພະເຢໂຫວາ+ຜູ້ທີ່ໄດ້ພາເຈົ້າອອກຈາກເອຢິບ ແລະໄດ້ປົດປ່ອຍເຈົ້າອອກຈາກການເປັນທາດ.
-
-
ໂຢບ 31:24ຄຳພີໄບເບິນສະບັບແປໂລກໃໝ່
-
-
24 ຖ້າຂ້ອຍໝັ້ນໃຈໃນເງິນຄຳ
ຫຼືຖ້າຂ້ອຍຄິດວ່າຄຳແທ້ຈະເຮັດໃຫ້ຂ້ອຍຮູ້ສຶກປອດໄພ+
-
-
ໂຢບ 31:28ຄຳພີໄບເບິນສະບັບແປໂລກໃໝ່
-
-
28 ຖ້າຂ້ອຍເຮັດແນວນັ້ນ ຂ້ອຍກໍສົມຄວນໄດ້ຮັບໂທດຈາກພວກຜູ້ຕັດສິນ
ເພາະມັນກໍສ່ຳກັບຂ້ອຍໄດ້ປະຕິເສດພະເຈົ້າທ່ຽງແທ້.
-