-
ໂຢບ 34:11ຄຳພີໄບເບິນສະບັບແປໂລກໃໝ່
-
-
11 ເພິ່ນຈະໃຫ້ລາງວັນກັບທຸກຄົນຕາມສິ່ງທີ່ເຂົາເຈົ້າເຮັດ+
ແລະຈະໃຫ້ທຸກຄົນໄດ້ຮັບຜົນຈາກການກະທຳຂອງໂຕເອງ.
-
-
ພະນິມິດ 20:12, 13ຄຳພີໄບເບິນສະບັບແປໂລກໃໝ່
-
-
12 ຈາກນັ້ນ ຂ້ອຍກໍເຫັນຄົນຕາຍທັງຄົນທຳມະດາແລະຄົນທີ່ມີອຳນາດຢືນຢູ່ຕໍ່ໜ້າບັນລັງນັ້ນ ແລະມ້ວນໜັງສືຕ່າງໆຖືກມາຍອອກ. ມ້ວນໜັງສືອີກມ້ວນໜຶ່ງກໍຖືກມາຍອອກຄືກັນ. ນັ້ນແມ່ນມ້ວນໜັງສືລາຍຊື່ຄົນທີ່ຈະໄດ້ຊີວິດ.+ ແລ້ວຄົນຕາຍກໍຖືກຕັດສິນຕາມການກະທຳຂອງໂຕເອງໂດຍອາໄສສິ່ງທີ່ຂຽນໄວ້ໃນມ້ວນໜັງສືຕ່າງໆນັ້ນ.+ 13 ທະເລໄດ້ປ່ອຍຄົນທີ່ຕາຍໃນທະເລ. ຄວາມຕາຍແລະບ່ອນຝັງສົບ*ກໍປ່ອຍຄົນຕາຍທີ່ຢູ່ໃນນັ້ນ. ຈາກນັ້ນແຕ່ລະຄົນກໍຖືກຕັດສິນຕາມການກະທຳຂອງໂຕເອງ.+
-