-
ໂຢຊວຍ 3:15, 16ຄຳພີໄບເບິນສະບັບແປໂລກໃໝ່
-
-
15 ເມື່ອພວກປະໂລຫິດທີ່ຫາມຫີບສັນຍາໄປຮອດແມ່ນ້ຳຈໍແດນ ເຂົາເຈົ້າກໍລົງໄປໃນແມ່ນ້ຳ. (ຕອນນັ້ນເປັນລະດູເກັບກ່ຽວ ນ້ຳໃນແມ່ນ້ຳຈໍແດນຂຶ້ນສູງຈົນລົ້ນຕາຝັ່ງ.)+ 16 ແລ້ວນ້ຳກໍເຊົາໄຫຼແລະຕັ້ງຂຶ້ນເປັນຄືກັບກຳແພງຢູ່ໄກໆຢູ່ເມືອງອາດາມ ເຊິ່ງຢູ່ໃກ້ໆກັບເມືອງຊາເຣທານ. ສ່ວນນ້ຳທີ່ເຫຼືອກໍໄຫຼລົງໄປທາງທະເລຂອງເຂດອາຣາບາທີ່ມີອີກຊື່ໜຶ່ງວ່າທະເລເກືອ.* ນ້ຳໃນແມ່ນ້ຳເຊົາໄຫຼ ແລະປະຊາຊົນກໍໄດ້ຂ້າມແມ່ນ້ຳຢູ່ແຖວເມືອງເຢຣິໂກ.
-