ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 1 ກະສັດ 19:10
    ຄຳພີໄບເບິນສະບັບແປໂລກໃໝ່
    • 10 ລາວ​ຕອບ​ວ່າ: “ລູກ​ຮັບ​ໃຊ້​ພະ​ເຢໂຫວາ​ຜູ້ບັນຊາ​ການ​ກອງ​ທັບດ້ວຍສຸດ​ຫົວໃຈ+ ແຕ່​ພວກ​ອິດສະຣາ​ເອນ​ບໍ່​ເຮັດ​ຕາມ​ຄຳ​ສັນຍາ​ທີ່​ເຮັດ​ກັບ​ພະອົງ.+ ເຂົາ​ເຈົ້າ​ມ້າງ​ແທ່ນ​ບູຊາ​ຂອງ​ພະອົງ​ຖິ້ມ​ແລະ​ກໍ​ຍັງ​ຂ້າ​ຜູ້ພະຍາກອນ​ຂອງ​ພະອົງ​ນຳ​ອີກ.+ ຕອນ​ນີ້​ເຫຼືອ​ແຕ່​ລູກ​ຄົນ​ດຽວ​ແລະ​ເຂົາ​ເຈົ້າ​ກໍ​ກຳລັງ​ຊອກ​ຂ້າ​ລູກ.”+

  • ເພງສັນລະເສີນ 119:139
    ຄຳພີໄບເບິນສະບັບແປໂລກໃໝ່
    • 139 ລູກ​ຢາກ​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ພະອົງ​ຫຼາຍ​ຄື​ກັບ​ມີ​ໄຟ​ເຜົາ​ໄໝ້​ຢູ່​ໃນ​ໂຕ​ລູກ+

      ຍ້ອນ​ພວກ​ສັດຕູ​ຂອງ​ລູກ​ບໍ່​ສົນໃຈ​ຄຳສອນ​ຂອງ​ພະອົງ.

  • ມັດທາຍ 21:12, 13
    ຄຳພີໄບເບິນສະບັບແປໂລກໃໝ່
    • 12 ແລ້ວ​ພະ​ເຢຊູ​ກໍ​ເຂົ້າ​ໄປ​ໃນ​ວິຫານ ເພິ່ນ​ໄລ່​ຄົນ​ທີ່​ກຳລັງ​ຊື້​ຂາຍ​ກັນ​ຢູ່​ຫັ້ນ​ໃຫ້​ອອກ​ໄປ. ເພິ່ນ​ຂວ້ຳ​ໂຕະ​ຂອງ​ຄົນ​ແລກ​ປ່ຽນ​ເງິນ​ແລະ​ຂວ້ຳ​ຕັ່ງ​ຂອງ​ຄົນ​ທີ່​ຂາຍ​ນົກ​ເຂົາ.+ 13 ພະ​ເຢຊູ​ບອກ​ເຂົາເຈົ້າ​ວ່າ: “ພະຄຳພີ​ບອກ​ໄວ້​ວ່າ ‘ວິຫານ​ຂອງ​ເຮົາ​ຈະ​ຖືກ​ເອີ້ນ​ວ່າ​ວິຫານ​ສຳລັບ​ການ​ອະທິດຖານ’+ ແຕ່​ພວກ​ເຈົ້າ​ພັດ​ເຮັດ​ໃຫ້​ເປັນ​ຖ້ຳ​ໂຈນ.”+

  • ມາຣະໂກ 11:15-17
    ຄຳພີໄບເບິນສະບັບແປໂລກໃໝ່
    • 15 ພະ​ເຢຊູ​ກັບ​ພວກ​ລູກສິດ​ເຂົ້າ​ໄປ​ໃນ​ເມືອງ​ເຢຣູຊາເລັມ​ອີກ. ເພິ່ນ​ເຂົ້າ​ໄປ​ໃນ​ວິຫານ ແລ້ວ​ໄລ່​ຄົນ​ທີ່​ກຳລັງ​ຊື້​ຂາຍ​ກັນ​ຢູ່​ຫັ້ນ​ໃຫ້​ອອກ​ໄປ. ເພິ່ນ​ຂວ້ຳ​ໂຕະ​ຂອງ​ຄົນ​ແລກ​ປ່ຽນ​ເງິນ​ແລະ​ຂວ້ຳ​ຕັ່ງ​ຂອງ​ຄົນ​ທີ່​ຂາຍ​ນົກ​ເຂົາ.+ 16 ພະ​ເຢຊູ​ບໍ່​ຍອມ​ໃຫ້​ຄົນ​ແບກ​ຫຍັງ​ຍ່າງ​ຜ່ານ​ວິຫານ​ເລີຍ. 17 ພະ​ເຢຊູ​ສອນ​ເຂົາເຈົ້າ​ວ່າ: “ພະຄຳພີ​ບອກ​ໄວ້​ວ່າ ‘ວິຫານ​ຂອງ​ເຮົາ​ຈະ​ຖືກ​ເອີ້ນ​ວ່າ​ວິຫານ​ສຳລັບ​ການ​ອະທິດຖານ​ຂອງ​ຄົນ​ທຸກ​ຊາດ’+ ແຕ່​ພວກ​ເຈົ້າ​ພັດ​ເຮັດ​ໃຫ້​ເປັນ​ຖ້ຳ​ໂຈນ.”+

  • ໂຢຮັນ 2:13-17
    ຄຳພີໄບເບິນສະບັບແປໂລກໃໝ່
    • 13 ຕອນ​ໃກ້​ຊິ​ຮອດ​ເທດສະການ​ປັດສະຄາ+​ຂອງ​ຄົນ​ຢິວ ພະ​ເຢຊູ​ກໍ​ໄປ​ເມືອງ​ເຢຣູຊາເລັມ. 14 ເມື່ອ​ເຂົ້າ​ໄປ​ໃນ​ບໍລິເວນ​ວິຫານ ເພິ່ນ​ກໍ​ເຫັນ​ຄົນ​ຂາຍ​ງົວ ຂາຍ​ແກະ ແລະ​ຂາຍ​ນົກ​ເຂົາ+ ແລະ​ເຫັນ​ຄົນ​ແລກ​ປ່ຽນ​ເງິນ​ນັ່ງ​ຢູ່. 15 ເພິ່ນ​ຈຶ່ງ​ເອົາ​ເຊືອກ​ມາ​ເຮັດ​ເປັນ​ແສ້ ແລ້ວ​ໄລ່​ແກະ​ໄລ່​ງົວ​ກັບ​ຄົນ​ທີ່​ຂາຍ​ສັດ​ເຫຼົ່າ​ນັ້ນ​ອອກ​ຈາກ​ບໍລິເວນ​ວິຫານ. ເພິ່ນ​ຍັງ​ເທ​ເງິນ​ຫຼຽນ​ແລະ​ຂວ້ຳ​ໂຕະ​ຂອງ​ຄົນ​ແລກ​ປ່ຽນ​ເງິນ​ນຳ​ອີກ.+ 16 ພະ​ເຢຊູ​ບອກ​ຄົນ​ຂາຍ​ນົກ​ເຂົາ​ວ່າ: “ເອົາ​ເຄື່ອງ​ເຫຼົ່າ​ນີ້​ອອກ​ໄປ​ໃຫ້​ໝົດ! ເຊົາ​ເຮັດ​ໃຫ້​ເຮືອນ​ຂອງ​ພໍ່​ຂ້ອຍ​ເປັນ​ຕະຫຼາດ!”+ 17 ພວກ​ລູກສິດ​ກໍ​ຄິດ​ພໍ້​ຂໍ້​ຄວາມ​ທີ່​ພະຄຳພີ​ບອກ​ໄວ້​ວ່າ: “ລູກ​ຮັກ​ວິຫານ​ຂອງ​ພະອົງ​ຫຼາຍ​ຈົນ​ຮູ້ສຶກ​ຄື​ກັບ​ວ່າ​ມີ​ໄຟ​ລຸກ​ແຮງ​ຢູ່​ໃນ​ໂຕ​ຂອງ​ລູກ.”+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌