ກິດຈະການ 13:33 ຄຳພີໄບເບິນສະບັບແປໂລກໃໝ່ 33 ເພິ່ນເຮັດຕາມທີ່ສັນຍາໄວ້ເພື່ອປະໂຫຍດຂອງພວກເຮົາທີ່ເປັນລູກຫຼານຂອງເຂົາເຈົ້າໂດຍປຸກພະເຢຊູໃຫ້ຄືນມາຈາກຕາຍ+ ຄືກັບທີ່ຂຽນໄວ້ໃນເພງສັນລະເສີນບົດທີ 2 ວ່າ ‘ເຈົ້າແມ່ນລູກຂອງເຮົາ. ມື້ນີ້ເຮົາໄດ້ເປັນພໍ່ຂອງເຈົ້າ.’+ ເຮັບເຣີ 1:5 ຄຳພີໄບເບິນສະບັບແປໂລກໃໝ່ 5 ພະເຈົ້າເຄີຍເວົ້າກັບທູດສະຫວັນອົງໃດບໍວ່າ: “ເຈົ້າເປັນລູກຂອງເຮົາ. ມື້ນີ້ເຮົາໄດ້ເປັນພໍ່ຂອງເຈົ້າແລ້ວ”?+ ບໍ່ເຄີຍເວົ້າ! ເພິ່ນເຄີຍເວົ້າກັບທູດສະຫວັນບໍວ່າ: “ເຮົາຈະເປັນພໍ່ຂອງລາວ ແລະລາວຈະເປັນລູກຂອງເຮົາ”?+ ເຮັບເຣີ 5:5 ຄຳພີໄບເບິນສະບັບແປໂລກໃໝ່ 5 ຄ້າຍຄືກັນ ພະຄລິດບໍ່ໄດ້ຍົກຍ້ອງໂຕເອງ+ໂດຍແຕ່ງຕັ້ງໂຕເອງເປັນປະໂລຫິດໃຫຍ່ ແຕ່ພະເຈົ້າຍົກຍ້ອງເພິ່ນເມື່ອເວົ້າກັບເພິ່ນວ່າ: “ເຈົ້າແມ່ນລູກຂອງເຮົາ. ມື້ນີ້ເຮົາໄດ້ເປັນພໍ່ຂອງເຈົ້າ.”+
33 ເພິ່ນເຮັດຕາມທີ່ສັນຍາໄວ້ເພື່ອປະໂຫຍດຂອງພວກເຮົາທີ່ເປັນລູກຫຼານຂອງເຂົາເຈົ້າໂດຍປຸກພະເຢຊູໃຫ້ຄືນມາຈາກຕາຍ+ ຄືກັບທີ່ຂຽນໄວ້ໃນເພງສັນລະເສີນບົດທີ 2 ວ່າ ‘ເຈົ້າແມ່ນລູກຂອງເຮົາ. ມື້ນີ້ເຮົາໄດ້ເປັນພໍ່ຂອງເຈົ້າ.’+
5 ພະເຈົ້າເຄີຍເວົ້າກັບທູດສະຫວັນອົງໃດບໍວ່າ: “ເຈົ້າເປັນລູກຂອງເຮົາ. ມື້ນີ້ເຮົາໄດ້ເປັນພໍ່ຂອງເຈົ້າແລ້ວ”?+ ບໍ່ເຄີຍເວົ້າ! ເພິ່ນເຄີຍເວົ້າກັບທູດສະຫວັນບໍວ່າ: “ເຮົາຈະເປັນພໍ່ຂອງລາວ ແລະລາວຈະເປັນລູກຂອງເຮົາ”?+
5 ຄ້າຍຄືກັນ ພະຄລິດບໍ່ໄດ້ຍົກຍ້ອງໂຕເອງ+ໂດຍແຕ່ງຕັ້ງໂຕເອງເປັນປະໂລຫິດໃຫຍ່ ແຕ່ພະເຈົ້າຍົກຍ້ອງເພິ່ນເມື່ອເວົ້າກັບເພິ່ນວ່າ: “ເຈົ້າແມ່ນລູກຂອງເຮົາ. ມື້ນີ້ເຮົາໄດ້ເປັນພໍ່ຂອງເຈົ້າ.”+