ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ອົບພະຍົບ 15:18
    ຄຳພີໄບເບິນສະບັບແປໂລກໃໝ່
    • 18 ພະ​ເຢໂຫວາ​ຈະ​ປົກຄອງ​ເປັນ​ກະສັດ​ຕະຫຼອດໄປ.+

  • ເພງສັນລະເສີນ 145:13
    ຄຳພີໄບເບິນສະບັບແປໂລກໃໝ່
    • 13 ການ​ປົກຄອງ​ຂອງ​ພະອົງ​ຈະ​ບໍ່​ມີ​ວັນ​ສິ້ນ​ສຸດ

      ແລະ​ພະອົງ​ຈະ​ປົກຄອງ​ຕະຫຼອດ​ທຸກ​ຍຸກ​ທຸກ​ສະໄໝ.+

  • ເຢເຣມີຢາ 10:10
    ຄຳພີໄບເບິນສະບັບແປໂລກໃໝ່
    • 10 ແຕ່​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທ່ຽງແທ້.

      ເພິ່ນ​ເປັນ​ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່+​ແລະ​ເປັນ​ກະສັດ​ຕະຫຼອດ​ໄປ.+

      ເມື່ອ​ເພິ່ນ​ໃຈ​ຮ້າຍ ແຜ່ນດິນ​ກໍ​ສັ່ນ​ສະເທືອນ+

      ແລະ​ບໍ່​ມີ​ຊາດ​ໃດ​ຈະ​ທົນ​ໄດ້​ເມື່ອ​ຖືກ​ເພິ່ນ​ຕຳໜິ.

  • ດານີເອນ 4:34
    ຄຳພີໄບເບິນສະບັບແປໂລກໃໝ່
    • 34 “ເມື່ອຮອດ 7 ປີແລ້ວ+ ຂ້ອຍ​ເນບູກາດເນັດຊາ​ໄດ້​ແນມ​ຂຶ້ນ​ໄປ​ເທິງ​ຟ້າ ແລະ​ສະຕິ​ຂອງ​ຂ້ອຍ​ໄດ້​ກັບ​ມາ​ເປັນ​ຄື​ກັບ​ຄົນ​ປົກກະຕິ. ຂ້ອຍ​ຈຶ່ງ​ສັນລະເສີນ​ແລະ​ໃຫ້​ກຽດ​ພະເຈົ້າ​ສູງ​ສຸດ​ຜູ້​ທີ່​ມີ​ຊີວິດ​ຢູ່​ຕະຫຼອດ​ໄປ ຍ້ອນ​ການ​ປົກຄອງ​ຂອງ​ເພິ່ນ​ຢູ່​ຕະຫຼອດ​ໄປ​ທຸກ​ຍຸກ​ທຸກ​ສະໄໝ.+

  • 1 ຕີໂມທຽວ 1:17
    ຄຳພີໄບເບິນສະບັບແປໂລກໃໝ່
    • 17 ຂໍ​ໃຫ້​ເພິ່ນ​ຜູ້​ເປັນ​ກະສັດ​ຕະຫຼອດ​ໄປ+ ຜູ້​ບໍ່​ມີ​ວັນ​ຕາຍ*+ ຜູ້​ທີ່​ພວກ​ເຮົາ​ເບິ່ງ​ບໍ່​ເຫັນ+ ຜູ້​ເປັນ​ພະເຈົ້າ​ແຕ່​ອົງ​ດຽວ+​ໄດ້​ຮັບ​ກຽດ​ແລະ​ການ​ຍ້ອງຍໍ​ສັນລະເສີນ​ຕະຫຼອດ​ໄປ. ອາແມນ.*

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌