ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ອົບພະຍົບ 14:21
    ຄຳພີໄບເບິນສະບັບແປໂລກໃໝ່
    • 21 ໂມເຊ​ໄດ້​ຍົກ​ໄມ້ຄ້ອນເທົ້າ​ຂຶ້ນ​ແລະ​ຊີ້​ໄປ​ທາງ​ທະເລ+ ແລ້ວ​ພະ​ເຢໂຫວາ​ກໍເຮັດ​ໃຫ້​ມີ​ລົມ​ແຮງຈາກ​ທາງ​ທິດ​ຕາເວັນ​ອອກ​ພັດ​ໃສ່​ທະເລ​ໝົດ​ຄືນ. ນ້ຳ​ກໍແຍກ​ຈາກ​ກັນ+ແລະ​ເຮັດ​ໃຫ້​ພື້ນ​ທະເລ​ກາຍ​ເປັນ​ດິນ​ແຫ້ງ.+

  • ໂຢຊວຍ 3:16
    ຄຳພີໄບເບິນສະບັບແປໂລກໃໝ່
    • 16 ແລ້ວ​ນ້ຳ​ກໍ​ເຊົາ​ໄຫຼ​ແລະ​ຕັ້ງ​ຂຶ້ນ​ເປັນ​ຄື​ກັບ​ກຳແພງ​ຢູ່​ໄກ​ໆ​ຢູ່​ເມືອງ​ອາດາມ ເຊິ່ງຢູ່ໃກ້​ໆ​ກັບ​ເມືອງ​ຊາເຣທານ. ສ່ວນ​ນ້ຳ​ທີ່​ເຫຼືອ​ກໍ​ໄຫຼ​ລົງ​ໄປ​ທາງ​ທະເລ​ຂອງ​ເຂດ​ອາຣາບາ​ທີ່​ມີ​ອີກ​ຊື່​ໜຶ່ງ​ວ່າ​ທະເລ​ເກືອ.* ນ້ຳ​ໃນ​ແມ່​ນ້ຳ​ເຊົາ​ໄຫຼ ແລະ​ປະຊາຊົນ​ກໍ​ໄດ້​ຂ້າມ​ແມ່​ນ້ຳ​ຢູ່​ແຖວ​ເມືອງ​ເຢຣິໂກ.

  • ເພງສັນລະເສີນ 114:1-3
    ຄຳພີໄບເບິນສະບັບແປໂລກໃໝ່
    • 114 ຕອນ​ທີ່​ອິດສະຣາເອນ​ອອກ​ຈາກ​ເອຢິບ+

      ຕອນ​ທີ່​ລູກ​ຫຼານ​ຂອງ​ຢາໂຄບ​ອອກ​ຈາກ​ຊາດ​ທີ່​ເວົ້າ​ພາສາ​ຕ່າງ​ປະເທດ

       2 ຢູດາ​ໄດ້​ເປັນ​ບ່ອນ​ບໍລິສຸດ​ຂອງ​ພະເຈົ້າ.

      ອິດສະຣາເອນ​ໄດ້​ເປັນ​ເຂດ​ໃຫຍ່​ທີ່​ເພິ່ນ​ປົກຄອງ.+

       3 ເມື່ອ​ທະເລ​ເຫັນ​ສິ່ງ​ທີ່​ເກີດ​ຂຶ້ນ​ມັນ​ກໍ​ແຍກ​ອອກ​ຈາກ​ກັນ+

      ແລະ​ແມ່​ນ້ຳ​ຈໍແດນ​ກໍ​ເຊົາ​ໄຫຼ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌