-
ເອຊາຢາ 63:11ຄຳພີໄບເບິນສະບັບແປໂລກໃໝ່
-
-
11 ເຂົາເຈົ້າໄດ້ຄິດເຖິງອະດີດ
ຄິດເຖິງສະໄໝຂອງໂມເຊຜູ້ຮັບໃຊ້ຂອງພະເຈົ້າແລະເວົ້າວ່າ:
“ພະເຈົ້າທີ່ພາປະຊາຊົນຂອງເພິ່ນກັບພວກທີ່ເບິ່ງແຍງເຂົາເຈົ້າ+ອອກມາຈາກທະເລ ເພິ່ນຢູ່ໃສ?+
ພະເຈົ້າທີ່ເອົາພະລັງບໍລິສຸດຂອງເພິ່ນໃຫ້ໂມເຊ* ຕອນນີ້ຢູ່ໃສແລ້ວ?+
-
ກິດຈະການ 7:35, 36ຄຳພີໄບເບິນສະບັບແປໂລກໃໝ່
-
-
35 ເຂົາເຈົ້າປະຕິເສດໂມເຊຄົນນີ້ແລະເວົ້າວ່າ ‘ແມ່ນໃຜແຕ່ງຕັ້ງເຈົ້າໃຫ້ເປັນຜູ້ນຳແລະຜູ້ຕັດສິນ?’+ ແຕ່ພະເຈົ້າໃຊ້ທູດສະຫວັນໄປຫາໂມເຊຢູ່ຟຸ່ມໄມ້ນັ້ນແລະສົ່ງລາວ+ໃຫ້ໄປເປັນຜູ້ນຳແລະຜູ້ຊ່ວຍໃຫ້ລອດ. 36 ໂມເຊຜູ້ນີ້ໄດ້ພາປູ່ຍ່າຕານາຍຂອງພວກເຮົາອອກມາຈາກເອຢິບ.+ ລາວເຮັດການອັດສະຈັນແລະສະແດງປາຕິຫານຕ່າງໆຢູ່ເອຢິບ+ ຢູ່ທະເລແດງ+ ແລະຢູ່ບ່ອນກັນດານເປັນເວລາ 40 ປີ.+
-
-
-