ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ພະບັນຍັດ 4:9
    ຄຳພີໄບເບິນສະບັບແປໂລກໃໝ່
    • 9 ໃຫ້​ລະວັງ​ແລະ​ເອົາໃຈໃສ່​ດີ​ໆ​ ເພື່ອ​ພວກ​ເຈົ້າ​ຊິ​ບໍ່​ລືມ​ໃນ​ສິ່ງ​ທີ່​ພວກ​ເຈົ້າ​ໄດ້​ເຫັນ ແລະ​ເພື່ອ​ໃຫ້​ສິ່ງ​ເຫຼົ່າ​ນັ້ນ​ຢູ່​ໃນ​ໃຈ​ຂອງ​ພວກ​ເຈົ້າ​ໄປ​ຕະຫຼອດ​ຊີວິດ. ພວກ​ເຈົ້າ​ຕ້ອງ​ເລົ່າ​ສິ່ງ​ເຫຼົ່າ​ນັ້ນ​ໃຫ້​ລູກ​ຫຼານ​ຂອງ​ພວກ​ເຈົ້າ​ຟັງ.+

  • ພະບັນຍັດ 6:6, 7
    ຄຳພີໄບເບິນສະບັບແປໂລກໃໝ່
    • 6 ຄຳ​ສັ່ງ​ທີ່​ຂ້ອຍ​ໃຫ້​ເຈົ້າ​ໃນ​ມື້​ນີ້​ຕ້ອງ​ຢູ່​ໃນ​ຫົວໃຈ​ຂອງ​ເຈົ້າ. 7 ເຈົ້າ​ຕ້ອງ​ໝັ່ນ​ສອນ​ລູກ​ຂອງ​ເຈົ້າ+ ຕອນ​ທີ່​ເຈົ້າ​ນັ່ງ​ຢູ່​ເຮືອນ​ແລະ​ຍ່າງ​ຢູ່​ຫົນ​ທາງ ຕອນ​ທີ່​ເຈົ້າ​ນອນ​ແລະລຸກ​ແຕ່​ນອນ.+

  • ພະບັນຍັດ 6:21
    ຄຳພີໄບເບິນສະບັບແປໂລກໃໝ່
    • 21 ເຈົ້າ​ຕ້ອງ​ຕອບ​ລູກ​ວ່າ ‘ພວກ​ເຮົາ​ເຄີຍ​ເປັນ​ທາດ​ຂອງ​ຟາໂຣ*ໃນ​ເອຢິບ ແຕ່​ພະ​ເຢໂຫວາ​ໃຊ້​ລິດເດດ​ທີ່​ຍິ່ງ​ໃຫຍ່*ຂອງ​ເພິ່ນ​ຊ່ວຍ​ພວກ​ເຮົາ​ອອກ​ມາ​ຈາກ​ເອຢິບ.

  • ພະບັນຍັດ 11:18, 19
    ຄຳພີໄບເບິນສະບັບແປໂລກໃໝ່
    • 18 ໃຫ້​ເຈົ້າ​ຈື່​ຄຳ​ສອນ​ຂອງ​ເພິ່ນ​ຂຶ້ນ​ໃຈ ແລະເອົາ​ໄປ​ໃຊ້​ໃນ​ຊີວິດ. ໃຫ້​ເອົາ​ຄຳ​ສອນ​ນີ້​ທີ່​ເປັນ​ຄື​ຂໍ້​ເຕືອນ​ໃຈ​ມັດ​ໄວ້​ຢູ່​ມື​ຂອງ​ເຈົ້າ ແລະ​ໃຫ້​ສິ່ງ​ນີ້​ເປັນ​ຄື​ກັບ​ຜ້າ​ມັດ​ຫົວ​ຂອງ​ເຈົ້າ.+ 19 ໃຫ້​ເອົາ​ຄຳ​ສອນ​ນີ້​ໄປ​ສອນ​ລູກ​ຂອງ​ເຈົ້າ ຕອນ​ນັ່ງ​ຢູ່​ເຮືອນ​ແລະ​ຍ່າງ​ຢູ່​ຫົນ​ທາງ ຕອນ​ທີ່​ນອນ​ແລະລຸກ​ແຕ່​ນອນ.+

  • ໂຢຊວຍ 4:6, 7
    ຄຳພີໄບເບິນສະບັບແປໂລກໃໝ່
    • 6 ຫີນ​ເຫຼົ່ານີ້​ຈະເປັນ​ສິ່ງ​ເຕືອນ​ໃຈ​ວ່າ​ພະເຈົ້າ​ໄດ້​ເຮັດ​ຫຍັງ​ເພື່ອ​ພວກ​ເຈົ້າ. ຖ້າ​ຕໍ່ມາ​ລູກ​ຫຼານ​ຂອງ​ພວກ​ເຈົ້າ​ຖາມ​ວ່າ ‘ຫີນ​ເຫຼົ່ານີ້​ແມ່ນ​ຫີນ​ຫຍັງ?’+ 7 ພວກ​ເຈົ້າ​ຕ້ອງ​ບອກ​ເຂົາ​ເຈົ້າ​ວ່າ ‘ສະໄໝ​ແຕ່​ກີ້ ຕອນ​ທີ່​ພວກ​ປະໂລຫິດ​ຫາມ​ຫີບ​+ສັນຍາ​ຂອງ​ພະ​ເຢໂຫວາ​ຂ້າມ​ແມ່​ນ້ຳ​ຈໍແດນ ນ້ຳ​ໄດ້​ຖືກ​ກັ້ນ​ໄວ້. ຫີນ​ເຫຼົ່ານີ້​ເປັນ​ສິ່ງ​ທີ່​ຊ່ວຍ​ໃຫ້​ພວກ​ອິດສະຣາເອນ​ຈື່​ເຫດ​ການ​ນັ້ນ​ຕະຫຼອດ​ໄປ.’”+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌