-
2 ຂ່າວຄາວ 13:8, 9ຄຳພີໄບເບິນສະບັບແປໂລກໃໝ່
-
-
8 ຍ້ອນພວກເຈົ້າມີຄົນຫຼາຍແລະມີງົວນ້ອຍຄຳທີ່ເຢໂຣໂບອາມເຮັດເພື່ອເປັນພະເຈົ້າຂອງພວກເຈົ້າ+ ພວກເຈົ້າຈຶ່ງຄິດວ່າຈະຕໍ່ສູ້ກັບການປົກຄອງຂອງພະເຢໂຫວາທີ່ລູກຫຼານຂອງດາວິດເບິ່ງແຍງຢູ່ໄດ້ແມ່ນບໍ? 9 ພວກເຈົ້າໄລ່ລູກຫຼານຂອງອາໂຣນທີ່ເປັນປະໂລຫິດຂອງພະເຢໂຫວາ+ແລະພວກເລວີໜີ ແລ້ວພວກເຈົ້າກໍຕັ້ງປະໂລຫິດຂຶ້ນມາເອງຄືກັບຊາດອື່ນໆ.+ ຖ້າໃຜເອົາງົວມາໃຫ້ໂຕໜຶ່ງກັບແກະໂຕຜູ້ 7 ໂຕກະໄດ້ເປັນປະໂລຫິດແລ້ວ ແຕ່ພັດເປັນປະໂລຫິດຂອງຮູບປັ້ນທີ່ບໍ່ແມ່ນພະເຈົ້າຊ້ຳ.
-