-
ອົບພະຍົບ 14:21, 22ຄຳພີໄບເບິນສະບັບແປໂລກໃໝ່
-
-
21 ໂມເຊໄດ້ຍົກໄມ້ຄ້ອນເທົ້າຂຶ້ນແລະຊີ້ໄປທາງທະເລ+ ແລ້ວພະເຢໂຫວາກໍເຮັດໃຫ້ມີລົມແຮງຈາກທາງທິດຕາເວັນອອກພັດໃສ່ທະເລໝົດຄືນ. ນ້ຳກໍແຍກຈາກກັນ+ແລະເຮັດໃຫ້ພື້ນທະເລກາຍເປັນດິນແຫ້ງ.+ 22 ພວກອິດສະຣາເອນຍ່າງຂ້າມທະເລຜ່ານທາງດິນແຫ້ງນັ້ນ.+ ນ້ຳໃນທະເລໄດ້ຕັ້ງເປັນກຳແພງຢູ່ເບື້ອງຊ້າຍແລະເບື້ອງຂວາຂອງເຂົາເຈົ້າ.+
-
-
ອົບພະຍົບ 15:8ຄຳພີໄບເບິນສະບັບແປໂລກໃໝ່
-
-
8 ພະອົງທັ່ງລົມອອກຈາກດັງບາດດຽວ ກໍເຮັດໃຫ້ນ້ຳແຍກຈາກກັນໄດ້.
ນ້ຳກໍຕັ້ງຂຶ້ນຄືກັບມີຝາກັ້ນໄວ້.
ຄື້ນນ້ຳກໍແຂ້ນຢູ່ກາງທະເລ.
-