ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ອົບພະຍົບ 16:14
    ຄຳພີໄບເບິນສະບັບແປໂລກໃໝ່
    • 14 ເມື່ອ​ນ້ຳ​ຄ້າງ​ເຫີຍ​ໝົດ​ແລ້ວ ກໍ​ມີເມັດ​ນ້ອຍ​ໆ​ປົກ​ຄຸມ​ທົ່ວ​ໜ້າ​ດິນ​ໃນ​ບ່ອນ​ກັນດານ.+

  • ອົບພະຍົບ 16:35
    ຄຳພີໄບເບິນສະບັບແປໂລກໃໝ່
    • 35 ພວກ​ອິດສະຣາເອນ​ໄດ້​ກິນ​ມານາ 40 ປີ+ ຈົນ​ເຂົາ​ເຈົ້າ​ເດີນ​ທາງ​ມາ​ຮອດ​ບ່ອນ​ທີ່​ມີ​ຄົນ​ອາໄສ​ຢູ່.+ ເຂົາ​ເຈົ້າ​ກິນ​ມານາ​ເປັນ​ອາຫານ​ຈົນ​ມາ​ຮອດ​ເຂດ​ແດນ​ແຜ່ນດິນ​ການາອານ.+

  • ອົບພະຍົບ 16:31, 32
    ຄຳພີໄບເບິນສະບັບແປໂລກໃໝ່
    • 31 ພວກ​ອິດສະຣາເອນ​ເອີ້ນ​ແນວ​ກິນ​ນີ້​ວ່າ “ມານາ.”* ມັນ​ຂາວ​ແລະມັນ​ຄ້າຍ​ຄື​ເມັດ​ຫອມປ້ອມ ແລະ​ມີ​ລົດ​ຊາດ​ຄື​ເຂົ້າຈີ່​ແຜ່ນ​ບາງ​ໆ​ໃສ່​ນ້ຳ​ເຜີ້ງ.+ 32 ໂມເຊ​ບອກ​ວ່າ: “ພະ​ເຢໂຫວາ​ສັ່ງ​ພວກ​ເຈົ້າ​ວ່າ ‘ໃຫ້​ເກັບ​ມານາ​ໄວ້ 1 ໂອເມີ*ເພື່ອ​ໃຫ້​ລຸ້ນ​ລູກ​ລຸ້ນ​ຫຼານ​ໄດ້​ເຫັນ.+ ເຂົາ​ເຈົ້າ​ຊິ​ໄດ້​ຮູ້​ວ່າ​ຕອນ​ທີ່​ເຮົາ​ຊ່ວຍ​ພວກ​ເຈົ້າ​ອອກ​ມາ​ຈາກ​ເອຢິບ ເຮົາ​ໄດ້​ໃຫ້​ຂອງກິນ​ນີ້​ກັບ​ພວກ​ເຈົ້າ​ໃນ​ບ່ອນ​ກັນ​ດານ.’”

  • ຈົດເຊັນບັນຊີ 11:7
    ຄຳພີໄບເບິນສະບັບແປໂລກໃໝ່
    • 7 ມານາ+​ຄ້າຍ​ຄື​ກັບເມັດ​ຫອມ​ປ້ອມ+ ແລະ​ສີ​ຂອງ​ມັນ​ຄ້າຍ​ຄື​ກັບ​ຢາງ​ໄມ້​ຫອມ.

  • ພະບັນຍັດ 8:3
    ຄຳພີໄບເບິນສະບັບແປໂລກໃໝ່
    • 3 ເພິ່ນ​ເຮັດ​ໃຫ້​ພວກ​ເຈົ້າ​ຖ່ອມ​ໂຕ​ລົງ ຍອມ​ໃຫ້​ພວກ​ເຈົ້າ​ຫິວ+ ແລະ​ໄດ້​ລ້ຽງ​ພວກ​ເຈົ້າ​ດ້ວຍ​ມານາ+ເຊິ່ງ​ພວກ​ເຈົ້າ​ກັບ​ປູ່ຍ່າຕານາຍ​ຂອງ​ພວກ​ເຈົ້າ​ບໍ່​ເຄີຍ​ໄດ້​ກິນ​ມາ​ກ່ອນ ເພື່ອ​ພວກ​ເຈົ້າ​ຈະ​ຮູ້​ວ່າ​ຄົນ​ເຮົາ​ຈະ​ມີ​ຊີວິດ​ຢູ່​ໄດ້ ບໍ່​ແມ່ນ​ດ້ວຍ​ອາຫານ​ເທົ່າ​ນັ້ນ ແຕ່​ດ້ວຍ​ຄຳເວົ້າ​ທຸກ​ຄຳ​ທີ່​ອອກ​ມາ​ຈາກ​ປາກ​ພະ​ເຢໂຫວາ.+

  • ໂຢຮັນ 6:31
    ຄຳພີໄບເບິນສະບັບແປໂລກໃໝ່
    • 31 ປູ່ຍ່າຕານາຍ​ຂອງ​ພວກ​ເຮົາ​ໄດ້ກິນ​ມານາໃນ​ບ່ອນ​ກັນດານ+​ຕາມ​ທີ່​ຂຽນ​ໄວ້​ໃນ​ພະຄຳພີ​ທີ່​ວ່າ ‘ເພິ່ນ​ເອົາ​ອາຫານ​ຈາກ​ສະຫວັນ​ໃຫ້​ເຂົາເຈົ້າ.’”+

  • 1 ໂກຣິນໂທ 10:2, 3
    ຄຳພີໄບເບິນສະບັບແປໂລກໃໝ່
    • 2 ທຸກ​ຄົນ​ໄດ້​ຮັບ​ບັບເຕມາ​ດ້ວຍ​ຂີ້ເຝື້ອ​ແລະ​ທະເລ​ຕອນ​ທີ່​ເຂົາເຈົ້າ​ຕິດຕາມ​ໂມເຊ. 3 ທຸກ​ຄົນ​ໄດ້​ກິນ​ອາຫານ​ຈາກ​ພະເຈົ້າ+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌