ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຈົດເຊັນບັນຊີ 11:31-34
    ຄຳພີໄບເບິນສະບັບແປໂລກໃໝ່
    • 31 ແລ້ວ​ພະ​ເຢໂຫວາ​ກໍ​ເຮັດ​ໃຫ້​ລົມ​ພັດ​ເອົາ​ນົກ​ກະທາ​ມາ​ຈາກ​ທາງ​ທະເລ ແລະ​ມາ​ຕົກ​ຢູ່​ອ້ອມ​ຄ້າຍ​ພັກທົ່ວທຸກ​ດ້ານ.+ ຖ້າຜູ້​ໃດ​ຍ່າງ​ອອກ​ຈາກ​ຄ້າຍ​ພັກ​ໄປ​ທາງ​ໃດ​ເປັນ​ໄລຍະ​ທາງ​ໜຶ່ງ​ມື້ ຕະຫຼອດ​ທາງ​ນັ້ນ​ລາວ​ຈະ​ເຫັນ​ນົກກອງ​ກັນ​ຂຶ້ນ​ສູງ 2 ສອກ*ຈາກ​ໜ້າ​ດິນ. 32 ພວກ​ອິດສະຣາເອນ​ພາກັນ​ເກັບ​ນົກ 2 ມື້​ກັບ 1 ຄືນ​ເຕັມ​ໆ​ ບໍ່​ຢຸດ​ບໍ່​ເຊົາ ແລະ​ບໍ່​ໄດ້​ຫຼັບ​ບໍ່​ໄດ້​ນອນ​ເລີຍ. ຜູ້​ໃດ​ກໍ​ເກັບ​ໄດ້​ບໍ່​ຕ່ຳ​ກວ່າ 10 ໂຮເມີ.* ແລ້ວ​ເຂົາ​ເຈົ້າ​ກໍ​ເອົາ​ນົກ​ໄປ​ຕາກໃຫ້​ແຫ້ງຢູ່​ທົ່ວ​ຄ້າຍ​ພັກ. 33 ແຕ່​ຕອນ​ທີ່ຊີ້ນ​ຍັງ​ຢູ່​ໃນ​ປາກເຂົາ​ເຈົ້າ​ແລະ​ຍັງ​ບໍ່​ໄດ້​ຫຍ້ຳ​ຊ້ຳ ພະ​ເຢໂຫວາ​ກໍ​ໃຈ​ຮ້າຍ​ໃຫ້​ເຂົາ​ເຈົ້າ​ຫຼາຍ ແລະ​ພະ​ເຢໂຫວາ​ໄດ້​ຂ້າ​ເຂົາ​ເຈົ້າ​ຫຼາຍ​ຄົນ.+

      34 ເຂົາ​ເຈົ້າເລີຍຕັ້ງ​ຊື່​ບ່ອນ​ນັ້ນ​ວ່າ​ກິບໂຣດຮັດຕາວາ*+ ເພາະ​ຢູ່​ບ່ອນ​ນັ້ນ ເຂົາ​ເຈົ້າ​ໄດ້​ຝັງ​ສົບ​ຂອງ​ຄົນ​ຂີ້​ໂລບ​ທີ່​ຢາກ​ກິນ​ອາຫານ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌