ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຈົດເຊັນບັນຊີ 14:2-4
    ຄຳພີໄບເບິນສະບັບແປໂລກໃໝ່
    • 2 ພວກ​ອິດສະຣາເອນ​ຈົ່ມ​ໃຫ້​ໂມເຊ​ກັບ​ອາໂຣນ+​ວ່າ: “ໃຫ້​ພວກ​ເຮົາ​ຕາຍ​ຢູ່​ໃນ​ເອຢິບ​ຫຼື​ຕາຍ​ຢູ່​ບ່ອນ​ກັນ​ດານ​ກໍ​ຍັງ​ຊິ​ດີ​ກວ່າ! 3 ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ພາ​ພວກ​ເຮົາ​ໃຫ້​ມາ​ຖືກ​ຂ້າ​ຢູ່​ແຜ່ນດິນ​ທີ່​ເພິ່ນ​ເລືອກ?+ ຊ້ຳ​ບໍ່​ໜຳ ລູກ​ກັບ​ເມຍ​ຂອງ​ພວກ​ເຮົາ​ກໍ​ຊິ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ.+ ໃຫ້​ພວກ​ເຮົາ​ກັບ​ໄປ​ເອຢິບ​ຊິ​ບໍ່​ດີ​ກວ່າ​ເບາະ?”+ 4 ເຂົາ​ເຈົ້າ​ກໍ​ເລີຍ​ເວົ້າ​ກັນ​ວ່າ: “ໄປ໋! ໃຫ້​ພວກ​ເຮົາ​ເລືອກ​ຄົນ​ໜຶ່ງ​ມາ​ເປັນ​ຫົວ​ໜ້າ​ພາ​ພວກເຮົາກັບ​ໄປ​ເອຢິບ!”+

  • ຈົດເຊັນບັນຊີ 25:3
    ຄຳພີໄບເບິນສະບັບແປໂລກໃໝ່
    • 3 ພວກ​ອິດສະຣາເອນ​ໄດ້​ໄປ​ນະມັດສະການ​ພະ​ບາອານ​ທີ່​ຢູ່​ເປໂອ+ ພະ​ເຢໂຫວາ​ຈຶ່ງ​ໃຈ​ຮ້າຍ​ໃຫ້​ເຂົາ​ເຈົ້າ​ຫຼາຍ.

  • 1 ໂກຣິນໂທ 10:8-10
    ຄຳພີໄບເບິນສະບັບແປໂລກໃໝ່
    • 8 ຢ່າ​ໃຫ້​ພວກເຮົາ​ເຮັດ​ຜິດສິນລະທຳ​ທາງເພດ*​ຄື​ກັບ​ທີ່​ເຂົາເຈົ້າ​ບາງຄົນ​ເຮັດ​ຜິດສິນລະທຳ​ທາງເພດ ແລ້ວ​ມີ 23.000 ຄົນ​ຕາຍ​ພາຍ​ໃນ​ມື້​ດຽວ.+ 9 ຢ່າ​ໃຫ້​ພວກ​ເຮົາ​ທ້າທາຍ​ພະ​ເຢໂຫວາ*+​ຄື​ກັບ​ທີ່​ເຂົາເຈົ້າ​ບາງຄົນ​ທ້າທາຍ​ເພິ່ນ ແລ້ວ​ຕ້ອງ​ຕາຍ​ຍ້ອນ​ງູ​ພິດ.+ 10 ຢ່າ​ເປັນ​ຄົນ​ມັກ​ຈົ່ມ​ຄື​ກັບ​ທີ່​ເຂົາເຈົ້າ​ບາງຄົນ​ມັກ​ຈົ່ມ+ ແລ້ວ​ຕ້ອງ​ຕາຍ​ຍ້ອນ​ຖືກ​ທູດສະຫວັນ​ອົງ​ໜຶ່ງ​ຂອງ​ພະເຈົ້າ​ຂ້າ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌