-
ເນເຮມີຢາ 9:24, 25ຄຳພີໄບເບິນສະບັບແປໂລກໃໝ່
-
-
24 ລູກຫຼານຂອງເຂົາເຈົ້າຈຶ່ງເຂົ້າໄປຍຶດເອົາແຜ່ນດິນນັ້ນ.+ ພະອົງໄດ້ຊ່ວຍເຂົາເຈົ້າໃຫ້ເອົາຊະນະພວກການາອານ+ທີ່ຢູ່ຫັ້ນ. ພະອົງໄດ້ມອບພວກກະສັດແລະພວກປະຊາຊົນທັງໝົດໃຫ້ພວກອິດສະຣາເອນແລະໃຫ້ເຂົາເຈົ້າຈັດການໄດ້ຕາມໃຈ. 25 ເຂົາເຈົ້າໄດ້ຍຶດເອົາເມືອງຕ່າງໆທີ່ມີກຳແພງອ້ອມ+ ແຜ່ນດິນທີ່ອຸດົມສົມບູນ+ ເຮືອນທີ່ມີແຕ່ເຄື່ອງແພງໆ ນ້ຳສ້າງ ສວນໝາກລະແຊັງ ສວນໝາກກອກ+ ແລະຕົ້ນໄມ້ທີ່ມີໝາກດົກ. ເຂົາເຈົ້າຈຶ່ງໄດ້ກິນຈົນໜຳໃຈແລະຈົນຕຸ້ຍຈົນພີ. ເຂົາເຈົ້າມີຄວາມສຸກແບບນີ້ກໍຍ້ອນສິ່ງດີໆທີ່ພະອົງເຮັດໃຫ້ເຂົາເຈົ້າ.
-