-
2 ກະສັດ 17:15ຄຳພີໄບເບິນສະບັບແປໂລກໃໝ່
-
-
15 ເຂົາເຈົ້າບໍ່ເຮັດຕາມກົດໝາຍ ບໍ່ເຮັດຕາມສັນຍາ+ທີ່ພະເຈົ້າໄດ້ເຮັດກັບປູ່ຍ່າຕານາຍຂອງເຂົາເຈົ້າ ແລະບໍ່ຟັງຄຳເຕືອນກ່ຽວກັບສິ່ງທີ່ບໍ່ດີຕ່າງໆ.+ ເຂົາເຈົ້ານະມັດສະການຮູບບູຊາທີ່ບໍ່ມີຄ່າ+ແລະເຮັດໃຫ້ໂຕເອງບໍ່ມີຄ່າຄືກັນ.+ ເຂົາເຈົ້າຮຽນແບບຊາດຕ່າງໆທີ່ຢູ່ອ້ອມແອ້ມທັງໆທີ່ພະເຢໂຫວາສັ່ງວ່າ: “ຢ່າຮຽນແບບພວກນັ້ນ.”+
-
-
ເຢເຣມີຢາ 44:23ຄຳພີໄບເບິນສະບັບແປໂລກໃໝ່
-
-
23 ມັນເປັນແນວນີ້ກໍຍ້ອນພວກເຈົ້າເອົາເຄື່ອງບູຊາໃຫ້ພະເຈົ້າອື່ນ. ພວກເຈົ້າເຮັດຜິດຕໍ່ພະເຢໂຫວາໂດຍບໍ່ເຊື່ອຟັງພະເຢໂຫວາ ບໍ່ເຮັດຕາມຂໍ້ກຳນົດ ກົດໝາຍ ແລະຂໍ້ເຕືອນໃຈຂອງເພິ່ນ ພວກເຈົ້າຈຶ່ງເຈິຄວາມຈິບຫາຍຄືກັບທີ່ເປັນຢູ່ໃນທຸກມື້ນີ້.”+
-