ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເຢເຣມີຢາ 7:23, 24
    ຄຳພີໄບເບິນສະບັບແປໂລກໃໝ່
    • 23 ແຕ່​ເຮົາ​ສັ່ງ​ເຂົາ​ເຈົ້າ​ວ່າ “ໃຫ້​ເຊື່ອຟັງ​ເຮົາ ແລ້ວ​ເຮົາ​ຈະ​ເປັນ​ພະເຈົ້າ​ຂອງ​ພວກ​ເຈົ້າ​ແລະ​ພວກ​ເຈົ້າ​ຈະ​ເປັນ​ປະຊາຊົນ​ຂອງ​ເຮົາ.+ ພວກ​ເຈົ້າ​ຕ້ອງ​ໃຊ້​ຊີວິດ​ຕາມ​ທີ່​ເຮົາ​ສັ່ງ​ເພື່ອ​ພວກ​ເຈົ້າ​ຈະ​ປະສົບ​ຄວາມ​ສຳເລັດ.”’+ 24 ແຕ່​ເຂົາ​ເຈົ້າ​ບໍ່​ຕັ້ງໃຈ​ຟັງ​ເລີຍ+ ເຂົາ​ເຈົ້າ​ເຮັດ​ຕາມ​ແຜນ​ຮ້າຍ*​ຂອງ​ໂຕເອງ ເປັນ​ຄົນ​ຫົວ​ແຂງ ແລະ​ເຮັດ​ຕາມ​ໃຈ​ຊົ່ວ​ໆ​ຂອງ​ໂຕເອງ.+ ແທນ​ທີ່​ຈະ​ດີ​ຂຶ້ນ ເຂົາ​ເຈົ້າ​ພັດ​ແຮ່ງ​ຮ້າຍ​ກວ່າ​ເກົ່າ

  • ເຢເຣມີຢາ 11:7, 8
    ຄຳພີໄບເບິນສະບັບແປໂລກໃໝ່
    • 7 ເຮົາ​ໄດ້​ເຕືອນ​ປູ່​ຍ່າ​ຕາ​ນາຍ​ຂອງ​ພວກ​ເຈົ້າ​ຢ່າງ​ໜັກແໜ້ນ​ໃນ​ມື້​ທີ່​ເຮົາ​ພາ​ເຂົາ​ເຈົ້າ​ອອກ​ມາ​ຈາກ​ແຜ່ນດິນ​ເອຢິບ​ໂດຍ​ບອກ​ວ່າ “ໃຫ້​ເຊື່ອຟັງ​ເຮົາ”+ ແລະ​ເຮົາ​ກໍ​ເຕືອນ​ແລ້ວ​ເຕືອນ​ອີກ*​ຈົນ​ຮອດ​ທຸກ​ມື້​ນີ້ ແຕ່​ເຂົາ​ເຈົ້າ​ພັດ​ບໍ່​ເຊື່ອຟັງ​ເຮົາ​ແລະ​ບໍ່​ສົນໃຈ​ເລີຍ. 8 ເຂົາ​ເຈົ້າ​ແຕ່​ລະ​ຄົນ​ເປັນ​ຄົນ​ຫົວ​ແຂງ​ແລະ​ເຮັດ​ຕາມ​ໃຈ​ຊົ່ວ​ໆ​ຂອງ​ໂຕເອງ​ຕະຫຼອດ.+ ເຂົາ​ເຈົ້າ​ບໍ່​ຍອມ​ເຮັດ​ຕາມ​ສິ່ງ​ທີ່​ເຮົາ​ໄດ້​ສັ່ງ​ໄວ້. ດັ່ງ​ນັ້ນ ເຮົາ​ຈຶ່ງ​ເຮັດ​ໃຫ້​ທຸກ​ສິ່ງ​ໃນ​ຄຳ​ສັນຍາ​ນີ້​ເກີດ​ຂຶ້ນ​ກັບ​ເຂົາ​ເຈົ້າ.’”

  • ມີກາ 6:16
    ຄຳພີໄບເບິນສະບັບແປໂລກໃໝ່
    • 16 ພວກເຈົ້າ​ເຮັດ​ຕາມ​ກົດໝາຍ​ຂອງ​ອົມຣີ ແລະ​ເຮັດ​ຕາມ​ຕົວຢ່າງ​ຄົນ​ໃນ​ຄອບຄົວ​ຂອງ​ອາຮາບ+

      ພວກເຈົ້າ​ເຮັດ​ຕາມ​ທີ່​ເຂົາເຈົ້າ​ບອກ.

      ຍ້ອນແນວນີ້ ເຮົາ​ຈະ​ລົງໂທດ​ພວກເຈົ້າ

      ແລ້ວ​ຄົນອື່ນ​ຈະ​ຕົກໃຈ​ເມື່ອ​ເຫັນ​ສິ່ງ​ທີ່​ເຮົາ​ເຮັດ​ກັບ​ພວກເຈົ້າ.+

      ຄົນ​ໃນ​ເມືອງ​ນີ້​ຈະ​ຖືກ​ເຍາະເຍີ້ຍ*​ແລະ​ຊາດ​ຕ່າງ​ໆ​ຈະ​ດູຖູກ​ເຂົາເຈົ້າ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌