-
ອົບພະຍົບ 1:8-10ຄຳພີໄບເບິນສະບັບແປໂລກໃໝ່
-
-
8 ໃນທີ່ສຸດ ກະສັດເອຢິບ*ອົງໃໝ່ກໍຂຶ້ນມາປົກຄອງ ລາວບໍ່ເຄີຍຮູ້ຈັກໂຢເຊັບເລີຍ. 9 ກະສັດເວົ້າກັບຄົນຂອງລາວວ່າ: “ພວກອິດສະຣາເອນນີ້ ນັບມື້ນັບຫຼາຍຂຶ້ນກວ່າພວກເຮົາ ແລະມີກຳລັງຫຼາຍກວ່າພວກເຮົາແລ້ວ.+ 10 ພວກເຮົາຕ້ອງເຮັດຫຍັງຈັກຢ່າງ ເພື່ອບໍ່ໃຫ້ພວກມັນມີຈຳນວນຫຼາຍຂຶ້ນ. ຄັນມີສົງຄາມເກີດຂຶ້ນ ພວກມັນຊິໄປເຂົ້າຮ່ວມກັບສັດຕູຕໍ່ສູ້ພວກເຮົາ ແລ້ວໜີໄປ.”
-
-
ເອັດສະເທີ 3:6ຄຳພີໄບເບິນສະບັບແປໂລກໃໝ່
-
-
6 ແຕ່ຮາມານຄິດວ່າຖ້າຂ້າແຕ່ມໍເດກາຍຜູ້ດຽວກໍຍັງບໍ່ສະໃຈແລະລາວໄດ້ຮູ້ມາວ່າມໍເດກາຍເປັນຄົນຊາດໃດ ລາວຈຶ່ງວາງແຜນທີ່ຈະຂ້າຄົນຢິວທັງໝົດໃນທຸກແຂວງທີ່ກະສັດອາຫະສຸເອຣັດປົກຄອງ. ຮາມານຢາກຂ້າທຸກຄົນທີ່ເປັນຄົນຊາດດຽວກັບມໍເດກາຍ.
-