63 ພະເຈົ້າເອີ້ຍ ລູກຊອກຫາພະອົງຕະຫຼອດ.+
ລູກຕ້ອງການພະອົງຄືກັບຄົນທີ່ຫິວນ້ຳຕ້ອງການນ້ຳ.+
ລູກຮູ້ສຶກໝົດແຮງຍ້ອນຊອກຫາພະອົງຢູ່ນີ້
ເຊິ່ງເປັນບ່ອນທີ່ແຫ້ງແລ້ງແລະບໍ່ມີນ້ຳ.+
2 ລູກເຄີຍໄປຫາພະອົງຢູ່ບ່ອນບໍລິສຸດ.
ຕອນນັ້ນ ລູກໄດ້ເຫັນລິດເດດແລະແສງລັດສະໝີຂອງພະອົງ.+