ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອຊາຢາ 2:2, 3
    ຄຳພີໄບເບິນສະບັບແປໂລກໃໝ່
    •  2 ໃນ​ສະໄໝ​ສຸດທ້າຍ

      ພູ​ໜ່ວຍ​ທີ່​ວິຫານ​ຂອງ​ພະ​ເຢໂຫວາ​ຕັ້ງ​ຢູ່

      ຈະ​ຕັ້ງ​ຢ່າງ​ໝັ້ນຄົງ​ແລະສູງ​ເດັ່ນ​ກວ່າ​ພູ​ທຸກ​ໜ່ວຍ.+

      ພູ​ໜ່ວຍ​ນີ້​ຈະ​ສູງ​ກວ່າ​ໂນນພູ​ທຸກ​ໂນນ

      ແລະ​ຄົນ​ຈາກ​ທຸກ​ຊາດ​ຈະ​ໄປ​ຫັ້ນ.+

       3 ຄົນ​ຈາກ​ຊາດ​ຕ່າງ​ໆ​ຈະ​ພາກັນ​ເວົ້າ​ວ່າ:

      “ໄປ໋ ໃຫ້​ພວກ​ເຮົາ​ຂຶ້ນ​ໄປ​ເທິງ​ພູ​ຂອງ​ພະ​ເຢໂຫວາ

      ແລະ​ໄປ​ວິຫານ​ພະເຈົ້າ​ຂອງ​ຢາໂຄບ.+

      ເພິ່ນ​ຈະ​ສອນ​ພວກ​ເຮົາ​ໃຫ້​ຮູ້ຈັກ​ແນວ​ທາງ​ຂອງ​ເພິ່ນ

      ແລະ​ພວກ​ເຮົາ​ຈະ​ໄດ້​ໃຊ້​ຊີວິດຕາມ​ທີ່​ເພິ່ນ​ຕ້ອງການ.”+

      ກົດໝາຍ*​ຂອງ​ເພິ່ນ​ຈະ​ມາ​ຈາກ​ເມືອງ​ຊີໂອນ

      ແລະ​ຄຳສອນ​ຂອງ​ພະ​ເຢໂຫວາ​ຈະ​ມາ​ຈາກ​ເມືອງ​ເຢຣູຊາເລັມ.+

  • ເຊຄາຣີຢາ 14:9
    ຄຳພີໄບເບິນສະບັບແປໂລກໃໝ່
    • 9 ພະ​ເຢໂຫວາ​ເປັນ​ກະສັດ​ປົກຄອງ​ທົ່ວໂລກ.+ ໃນ​ມື້ນັ້ນ ທຸກ​ຄົນ​ຈະ​ນະມັດສະການ​ແຕ່​ພະ​ເຢໂຫວາ​ເທົ່ານັ້ນ+ ແລະ​ຈະ​ມີ​ແຕ່​ຊື່​ຂອງ​ເພິ່ນ​ທີ່​ໄດ້​ຮັບ​ການ​ສັນລະເສີນ.+

  • ພະນິມິດ 7:9, 10
    ຄຳພີໄບເບິນສະບັບແປໂລກໃໝ່
    • 9 ຫຼັງ​ຈາກ​ນັ້ນ ຂ້ອຍ​ກໍ​ເຫັນ​ຄົນ​ກຸ່ມ​ໃຫຍ່​ທີ່​ບໍ່​ມີ​ຜູ້​ໃດ​ນັບ​ຈຳນວນ​ໄດ້​ຈາກ​ທຸກ​ປະເທດ ທຸກ​ຕະກູນ ທຸກ​ຊົນຊາດ ແລະ​ທຸກ​ພາສາ+​ຢືນ​ຢູ່​ຕໍ່​ໜ້າ​ບັນລັງ​ແລະ​ຕໍ່​ໜ້າ​ແກະ​ນ້ອຍ​ຂອງ​ພະເຈົ້າ. ເຂົາເຈົ້າ​ໃສ່​ເສື້ອ​ຄຸມ​ສີ​ຂາວ+​ແລະ​ຖື​ໃບ​ປາມ.+ 10 ເຂົາເຈົ້າ​ຮ້ອງ​ສຽງ​ດັງ​ບໍ່​ຢຸດ​ບໍ່​ເຊົາ​ວ່າ: “ຄວາມ​ລອດ​ມາ​ຈາກ​ພະເຈົ້າ​ຂອງ​ພວກ​ເຮົາ​ຜູ້​ທີ່​ນັ່ງ​ຢູ່​ເທິງ​ບັນລັງ+​ແລະ​ມາ​ຈາກ​ແກະ​ນ້ອຍ​ຂອງ​ເພິ່ນ.”+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌