-
ເນເຮມີຢາ 9:17ຄຳພີໄບເບິນສະບັບແປໂລກໃໝ່
-
-
17 ເຂົາເຈົ້າບໍ່ເຊື່ອຟັງ+ພະອົງແລະລືມການອັດສະຈັນຕ່າງໆທີ່ພະອົງໄດ້ເຮັດເພື່ອເຂົາເຈົ້າ. ເຂົາເຈົ້າເປັນຄົນຫົວແຂງແລະແຕ່ງຕັ້ງຫົວໜ້າຜູ້ໜຶ່ງໃຫ້ພາເຂົາເຈົ້າກັບໄປເປັນທາດຢູ່ເອຢິບ.+ ແຕ່ພະອົງເປັນພະເຈົ້າທີ່ພ້ອມຈະໃຫ້ອະໄພ ໃຈດີ ມີຄວາມເມດຕາ ບໍ່ໃຈຮ້າຍງ່າຍ ມີຄວາມຮັກທີ່ໝັ້ນຄົງຫຼາຍທີ່ສຸດ+ ແລະພະອົງບໍ່ປະຖິ້ມເຂົາເຈົ້າ.+
-
-
ໂຢນາ 4:2ຄຳພີໄບເບິນສະບັບແປໂລກໃໝ່
-
-
2 ລາວຈຶ່ງອະທິດຖານເຖິງພະເຢໂຫວາວ່າ: “ພະເຢໂຫວາເອີ້ຍ ຕອນທີ່ລູກຢູ່ແຜ່ນດິນຂອງລູກ ລູກຄິດໄວ້ແລ້ວລະນ້າວ່າມັນຈະເປັນແນວນີ້ ຍ້ອນແນວນີ້ແຫຼະລູກຈຶ່ງໜີໄປຕາຊິດ+ກ່ອນ. ລູກຮູ້ວ່າພະອົງເປັນພະເຈົ້າທີ່ໃຈດີ* ມີຄວາມເມດຕາ ບໍ່ໃຈຮ້າຍງ່າຍ ມີຄວາມຮັກທີ່ໝັ້ນຄົງຫຼາຍທີ່ສຸດ+ ແລະບໍ່ຢາກທຳລາຍຜູ້ໃດ.
-