ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເພງສັນລະເສີນ 93:2
    ຄຳພີໄບເບິນສະບັບແປໂລກໃໝ່
    •  2 ບັນລັງ​ຂອງ​ພະອົງ​ຕັ້ງ​ໝັ້ນຄົງ​ມາ​ດົນ​ແລ້ວ.+

      ພະອົງ​ມີ​ຊີວິດ​ຢູ່​ຕະຫຼອດ​ມາ.+

  • ເອຊາຢາ 40:28
    ຄຳພີໄບເບິນສະບັບແປໂລກໃໝ່
    • 28 ເຈົ້າ​ບໍ່​ຮູ້​ບໍ? ເຈົ້າ​ບໍ່​ເຄີຍ​ໄດ້​ຍິນ​ບໍ?

      ພະ​ເຢໂຫວາ​ຜູ້​ສ້າງ​ທຸກ​ສິ່ງ​ໃນ​ໂລກ​ນີ້​ເປັນ​ພະເຈົ້າ​ທີ່​ມີ​ຊີວິດ​ຢູ່​ຕະຫຼອດໄປ.+

      ເພິ່ນ​ບໍ່​ເຄີຍ​ເມື່ອຍ​ຫຼື​ໝົດ​ແຮງ.+

      ສະຕິປັນຍາ*​ຂອງ​ເພິ່ນ ພວກ​ເຮົາ​ບໍ່​ມີ​ທາງ​ເຂົ້າໃຈ​ໄດ້.+

  • ຮາບາກຸກ 1:12
    ຄຳພີໄບເບິນສະບັບແປໂລກໃໝ່
    • 12 ພະ​ເຢໂຫວາ​ເອີ້ຍ ພະອົງ​ເປັນ​ພະເຈົ້າ​ທີ່​ຢູ່​ຕະຫຼອດໄປ.+

      ພະເຈົ້າ​ຂອງ​ລູກ​ເອີ້ຍ ພະອົງ​ເປັນ​ພະເຈົ້າ​ທີ່​ບໍລິສຸດ. ພະອົງ​ບໍ່​ມີ​ມື້​ຕາຍ.*+

      ພະ​ເຢໂຫວາ​ເອີ້ຍ ພະອົງ​ແຕ່ງຕັ້ງ​ເຂົາເຈົ້າ​ໃຫ້​ເປັນ​ຜູ້​ຕັດສິນ​ແທນ​ພະອົງ.

      ພະເຈົ້າ​ຜູ້​ເປັນ​ຫີນ​ຜາ​ຂອງ​ລູກ*​ເອີ້ຍ+ ພະອົງ​ແຕ່ງຕັ້ງ​ເຂົາເຈົ້າ​ໃຫ້​ເປັນ​ຜູ້​ລົງ​ໂທດ.*+

  • 1 ຕີໂມທຽວ 1:17
    ຄຳພີໄບເບິນສະບັບແປໂລກໃໝ່
    • 17 ຂໍ​ໃຫ້​ເພິ່ນ​ຜູ້​ເປັນ​ກະສັດ​ຕະຫຼອດ​ໄປ+ ຜູ້​ບໍ່​ມີ​ວັນ​ຕາຍ*+ ຜູ້​ທີ່​ພວກ​ເຮົາ​ເບິ່ງ​ບໍ່​ເຫັນ+ ຜູ້​ເປັນ​ພະເຈົ້າ​ແຕ່​ອົງ​ດຽວ+​ໄດ້​ຮັບ​ກຽດ​ແລະ​ການ​ຍ້ອງຍໍ​ສັນລະເສີນ​ຕະຫຼອດ​ໄປ. ອາແມນ.*

  • ພະນິມິດ 1:8
    ຄຳພີໄບເບິນສະບັບແປໂລກໃໝ່
    • 8 ພະ​ເຢໂຫວາ*​ພະເຈົ້າ​ເວົ້າ​ວ່າ: “ເຮົາ​ເປັນ​ອັນຟາ​ແລະ​ໂອເມກາ*+ ເປັນ​ຜູ້​ມີ​ຊີວິດ​ຢູ່​ໃນ​ອະດີດ ເປັນ​ຜູ້​ມີ​ຊີວິດ​ຢູ່​ຕອນນີ້ ແລະ​ເປັນ​ຜູ້​ທີ່​ກຳລັງ​ຈະ​ມາ. ເຮົາ​ເປັນ​ຜູ້​ມີ​ລິດເດດ​ສູງ​ສຸ​ດ.”+

  • ພະນິມິດ 15:3
    ຄຳພີໄບເບິນສະບັບແປໂລກໃໝ່
    • 3 ເຂົາເຈົ້າ​ກຳລັງ​ຮ້ອງ​ເພງ​ຂອງ​ໂມເຊ+​ທາດ​ຂອງ​ພະເຈົ້າ​ແລະ​ເພງ​ຂອງ​ແກະ​ນ້ອຍ​ຂອງ​ພະເຈົ້າ.+ ເຂົາເຈົ້າ​ຮ້ອງ​ວ່າ:

      “ພະ​ເຢໂຫວາ*​ພະເຈົ້າ​ຜູ້​ມີ​ລິດເດດ​ສູງ​ສຸດ+ ສິ່ງ​ທີ່​ພະອົງ​ເຮັດ​ນັ້ນ​ຍິ່ງໃຫຍ່​ແລະ​ອັດສະຈັນ.+ ພະອົງ​ເປັນ​ກະສັດ​ຕະຫຼອດ​ໄປ.+ ແນວ​ທາງ​ຂອງ​ພະອົງ​ຖືກຕ້ອງ​ແລະ​ເປັນ​ຄວາມ​ຈິງ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌