ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເພງສັນລະເສີນ 71:18
    ຄຳພີໄບເບິນສະບັບແປໂລກໃໝ່
    • 18 ພະເຈົ້າ​ເອີ້ຍ ເຖິງ​ວ່າ​ລູກ​ຈະ​ເຖົ້າ​ແລະ​ຜົມ​ຫງອກ​ແລ້ວ ກໍ​ຂໍ​ພະອົງ​ຢ່າ​ປະຖິ້ມ​ລູກ​ເດີ້.+

      ຂໍ​ໃຫ້​ລູກ​ໄດ້​ເລົ່າ​ເລື່ອງ​ລິດເດດ*​ຂອງ​ພະອົງ​ໃຫ້​ຄົນ​ລຸ້ນ​ຕໍ່​ໄປ​ຟັງ

      ແລະ​ໄດ້​ເວົ້າ​ເຖິງ​ຄວາມ​ຍິ່ງໃຫຍ່​ຂອງ​ພະອົງ​ໃຫ້​ຄົນ​ທີ່​ຈະ​ເກີດ​ມາ​ຟັງ.+

  • ສຸພາສິດ 16:31
    ຄຳພີໄບເບິນສະບັບແປໂລກໃໝ່
    • 31 ຜົມຫງອກ​ເປັນ​ມົງກຸດ​ທີ່​ງາມ​ໆ​*+

      ເມື່ອ​ຢູ່​ເທິງ​ຫົວ​ຂອງ​ຄົນ​ທີ່​ຍ່າງ​ຢູ່​ໃນ​ທາງ​ທີ່​ຖືກຕ້ອງ.+

  • ເອຊາຢາ 40:31
    ຄຳພີໄບເບິນສະບັບແປໂລກໃໝ່
    • 31 ແຕ່​ຄົນ​ທີ່​ເພິ່ງ​ພະ​ເຢໂຫວາ​ຈະ​ກັບ​ມາ​ມີ​ແຮງ​ອີກ.

      ເຂົາເຈົ້າ​ຈະ​ບິນ​ໄດ້​ສູງ​ໆ​ຄື​ກັບນົກ​ອິນຊີ.+

      ເຂົາເຈົ້າ​ຈະ​ແລ່ນ​ແລະ​ຈະ​ບໍ່​ໝົດ​ແຮງ.

      ເຂົາເຈົ້າ​ຈະ​ຍ່າງ​ແລະ​ຈະ​ບໍ່​ເມື່ອຍ.”+

  • ເອຊາຢາ 46:4
    ຄຳພີໄບເບິນສະບັບແປໂລກໃໝ່
    •  4 ຈົນ​ຮອດ​ຕອນ​ທີ່​ພວກເຈົ້າ​ເຖົ້າ ເຮົາ​ກໍ​ຈະ​ເຮັດ​ຄື​ເກົ່າ.+

      ຈົນ​ຮອດ​ຕອນ​ທີ່​ຜົມ​ພວກເຈົ້າ​ຫງອກ ເຮົາ​ກໍ​ຈະ​ອູ້ມ​ພວກເຈົ້າ​ໄວ້​ຕໍ່​ໆ​ໄປ.

      ເຮົາ​ຈະ​ອູ້ມ​ພວກເຈົ້າ​ແລະ​ຊ່ວຍ​ພວກເຈົ້າ​ຄື​ກັບ​ທີ່​ເຮົາ​ເຄີຍ​ເຮັດ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌