ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ໂຢຊວຍ 9:18-20
    ຄຳພີໄບເບິນສະບັບແປໂລກໃໝ່
    • 18 ແຕ່​ພວກ​ອິດສະຣາເອນ​ບໍ່​ໄດ້​ໂຈມຕີ​ເຂົາ​ເຈົ້າ ຍ້ອນ​ພວກ​ຫົວ​ໜ້າ​ໄດ້​ສາບານ​ກັບ​ເຂົາ​ເຈົ້າ​ຕໍ່​ໜ້າ​ພະ​ເຢໂຫວາ​+ພະເຈົ້າ​ຂອງ​ອິດສະຣາເອນ​ແລ້ວ. ປະຊາຊົນ​ຈຶ່ງ​ພາກັນ​ຈົ່ມ​ໃຫ້​ພວກ​ຫົວ​ໜ້າ. 19 ພວກ​ຫົວ​ໜ້າ​ກໍ​ເລີຍ​ເວົ້າ​ກັບ​ປະຊາຊົນ​ວ່າ: “ພວກ​ເຮົາ​ຈະ​ບໍ່​ໂຈມຕີ​ເຂົາ​ເຈົ້າ ຍ້ອນ​ພວກ​ເຮົາ​ໄດ້​ສາບານ​ກັບ​ເຂົາ​ເຈົ້າ​ຕໍ່​ໜ້າ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ແລ້ວ. 20 ພວກ​ເຮົາ​ຈະ​ເຮັດ​ແນວ​ນີ້. ພວກ​ເຮົາ​ຈະ​ບໍ່​ຂ້າ​ເຂົາ​ເຈົ້າ​ເພື່ອ​ພວກ​ເຮົາ​ຈະ​ບໍ່​ຖືກ​ລົງໂທດ​ຍ້ອນ​ບໍ່​ໄດ້​ເຮັດ​ຕາມ​ທີ່​ສາບານ​ໄວ້​ກັບ​ເຂົາ​ເຈົ້າ.”+

  • ພວກຜູ້ຕັດສິນ 11:34, 35
    ຄຳພີໄບເບິນສະບັບແປໂລກໃໝ່
    • 34 ແລ້ວ​ເຢັບທາ​ກໍ​ກັບ​ເມືອ​ເຮືອນ​ຂອງ​ໂຕ​ເອງ​ຢູ່​ເມືອງ​ມິດຊະປາ.+ ເມື່ອ​ມາ​ຮອດ​ເຮືອນ ລູກ​ສາວ​ຂອງ​ເຢັບທາ​ກໍ​ເຕັ້ນ​ແລະ​ຕີ​ກອງ​ແທມບູຣິນ*ອອກ​ມາ​ຕ້ອນຮັບ​ເຢັບທາ. ລາວ​ເປັນ​ລູກສາວ​ຄົນ​ດຽວ​ຂອງ​ເຢັບທາ. ນອກ​ຈາກ​ລາວ​ແລ້ວ ເຢັບທາ​ບໍ່​ມີ​ລູກ​ຊາຍ​ຫຼື​ລູກສາວ​ຄົນ​ອື່ນ​ເລີຍ. 35 ເມື່ອ​ເຫັນ​ລູກສາວ ເຢັບທາ​ກໍ​ຈີກ​ເສື້ອ​ຂອງ​ໂຕເອງ​ແລະ​ເວົ້າ​ວ່າ: “ລູກ​ເອີ້ຍ ລູກ​ເຮັດ​ໃຫ້​ຫົວໃຈ​ຂອງ​ພໍ່​ແຕກ​ສະ​ຫຼາຍ​ແລ້ວ. ລູກ​ເປັນ​ຄົນ​ທີ່​ພໍ່​ຈະ​ຕ້ອງ​ສົ່ງ​ໄປ. ພໍ່​ສາບານ​ກັບ​ພະ​ເຢໂຫວາ​ໄວ້​ແລ້ວ. ພໍ່​ຊິ​ປີ້ນ​ຄວາມບໍ່​ໄດ້.”+

  • ເພງສັນລະເສີນ 50:14
    ຄຳພີໄບເບິນສະບັບແປໂລກໃໝ່
    • 14 ໃຫ້​ເອົາ​ຄວາມ​ຮູ້ສຶກ​ຂອບໃຈ​ມາ​ເປັນ​ເຄື່ອງ​ບູຊາ​ໃຫ້​ພະເຈົ້າ+

      ແລະ​ເຮັດ​ຕາມ​ທີ່​ສາບານ​ກັບ​ພະເຈົ້າ​ສູງ​ສຸດ.+

  • ມັດທາຍ 5:33
    ຄຳພີໄບເບິນສະບັບແປໂລກໃໝ່
    • 33 ພວກ​ເຈົ້າ​ເຄີຍ​ໄດ້​ຍິນ​ທີ່​ຄົນ​ໃນ​ສະໄໝ​ແຕ່​ກີ້​ຖືກ​ສອນ​ວ່າ ‘ຢ່າ​ເຮັດ​ຜິດ​ຄຳ​ສາບານ.+ ເມື່ອ​ສາບານ​ກັບ​ພະ​ເຢໂຫວາ*​ແລ້ວ ພວກ​ເຈົ້າ​ຕ້ອງ​ເຮັດ​ຕາມ​ນັ້ນ.’+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌