-
ເອຊາຢາ 10:1ຄຳພີໄບເບິນສະບັບແປໂລກໃໝ່
-
-
10 ຄົນທີ່ອອກກົດໝາຍເພື່ອເຮັດໃຫ້ຄົນອື່ນເດືອດຮ້ອນ
ແລະອອກກົດໝາຍເລື້ອຍໆເພື່ອກົດຂີ່ຄົນອື່ນຈະຕ້ອງເຈິຄວາມຈິບຫາຍ.+
-
ດານີເອນ 6:7ຄຳພີໄບເບິນສະບັບແປໂລກໃໝ່
-
-
7 ພວກຂ້າລາຊະການ ເຈົ້າເມືອງ ເຈົ້າແຂວງ ຂ້າລາຊະການລະດັບສູງ ແລະພວກຜູ້ປົກຄອງໄດ້ປຶກສາແລະຕົກລົງກັນທີ່ຈະສະເໜີໃຫ້ກະສັດອອກກົດໝາຍວ່າ ຫ້າມບໍ່ໃຫ້ໃຜຂໍຫຍັງຈາກພະເຈົ້າອົງໃດຫຼືມະນຸດຄົນໃດ ແຕ່ໃຫ້ຂໍຈາກກະສັດເທົ່ານັ້ນ. ຄຳສັ່ງນີ້ຈະມີຜົນບັງຄັບໃຊ້ 30 ມື້. ຖ້າຜູ້ໃດບໍ່ເຮັດຕາມກໍຈະຖືກຖິ້ມລົງໃນຂຸມທີ່ມີໂຕສິງ.+
-
-
ກິດຈະການ 5:27, 28ຄຳພີໄບເບິນສະບັບແປໂລກໃໝ່
-
-
27 ເຂົາເຈົ້າເອົາພວກອັກຄະສາວົກມາຢືນຢູ່ຕໍ່ໜ້າສານຊັນເຮດຣິນ. ຈາກນັ້ນ ປະໂລຫິດໃຫຍ່ກໍສອບສວນພວກອັກຄະສາວົກ 28 ແລະເວົ້າວ່າ: “ພວກເຮົາສັ່ງພວກເຈົ້າແລ້ວວ່າບໍ່ໃຫ້ສອນໃນນາມຂອງຜູ້ນັ້ນອີກ+ ແຕ່ພວກເຈົ້າພັດແຮ່ງແພ່ຄຳສອນຂອງພວກເຈົ້າໄປທົ່ວເມືອງເຢຣູຊາເລັມ ແລະຕັ້ງໃຈຈະກ່າວຫາພວກເຮົາວ່າມີຄວາມຜິດທີ່ເຮັດໃຫ້ຜູ້ນັ້ນຕ້ອງຕາຍ.”+
-
-
-