-
ເອຊາຢາ 6:1-3ຄຳພີໄບເບິນສະບັບແປໂລກໃໝ່
-
-
6 ໃນປີທີ່ກະສັດອຸດຊີຢາຕາຍ+ ຂ້ອຍເຫັນພະເຢໂຫວານັ່ງຢູ່ເທິງບັນລັງທີ່ຢູ່ບ່ອນສູງໆ+ ແລະຊຸດທີ່ເພິ່ນໃສ່ກໍແຜ່ອອກເຕັມວິຫານ. 2 ມີພວກເຊຣາຟີມ*ຢືນຢູ່ໃກ້ໆເພິ່ນ. ແຕ່ລະອົງມີປີກ 6 ປີກ. ເຂົາເຈົ້າມີປີກ 2 ປີກບັງໜ້າໄວ້ ມີ 2 ປີກບັງຕີນໄວ້ ແລະມີອີກ 2 ປີກໃຊ້ເພື່ອບິນ.
3 ເຂົາເຈົ້າພາກັນຮ້ອງວ່າ:
“ພະເຢໂຫວາຜູ້ບັນຊາການກອງທັບເປັນອົງບໍລິສຸດ ບໍລິສຸດ ບໍລິສຸດ.+
ແສງລັດສະໝີຂອງເພິ່ນແຜ່ກະຈາຍໄປທົ່ວໂລກ.”
-
-
ເອເຊກຽນ 1:27, 28ຄຳພີໄບເບິນສະບັບແປໂລກໃໝ່
-
-
27 ຕັ້ງແຕ່ແອວຂອງເພິ່ນຂຶ້ນໄປເຫຼື້ອມຄືເງິນປະສົມກັບຄຳ+ ແລະຕັ້ງແຕ່ແອວລົງມາກໍມີແສງຄືກັບໄຟ.+ ມີແສງທີ່ເຫຼື້ອມໆຢູ່ອ້ອມໂຕເພິ່ນ 28 ຄືກັບສາຍຮຸ້ງ+ຢູ່ຂີ້ເຝື້ອຫຼັງຈາກຝົນຕົກແລ້ວ. ແສງທີ່ເຫຼື້ອມໆເປັນຄືກັບແສງລັດສະໝີຂອງພະເຢໂຫວາ.+ ເມື່ອເຫັນແບບນັ້ນ ຂ້ອຍກໍໝູບໜ້າລົງພື້ນ ແລ້ວຂ້ອຍກໍໄດ້ຍິນສຽງເວົ້າ.
-