ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອັດຊະຣາ 1:1, 2
    ຄຳພີໄບເບິນສະບັບແປໂລກໃໝ່
    • 1 ໃນປີ​ທຳອິດ*​ທີ່​ໄຊຣັດ+​ກະສັດ​ຂອງ​ເປີເຊຍ​ປົກຄອງ ພະ​ເຢໂຫວາ​ໄດ້​ເຮັດ​ໃຫ້​ສິ່ງ​ທີ່​ເພິ່ນ​ເວົ້າ​ໄວ້​ຜ່ານ​ທາງ​ເຢເຣມີຢາ+​ເກີດ​ຂຶ້ນ​ແທ້. ພະ​ເຢໂຫວາ​ໄດ້​ກະຕຸ້ນ​ໃຈ​ໄຊຣັດ​ກະສັດ​ຂອງ​ເປີເຊຍ​ໃຫ້​ປະກາດ​ໄປ​ທົ່ວ​ປະເທດ​ແລະ​ຂຽນ​ຄຳ​ປະກາດ​ນັ້ນ​ໄວ້​ນຳ.+ ຄຳ​ປະກາດ​ນັ້ນ​ຂຽນ​ວ່າ:

      2 “ໄຊຣັດ​ກະສັດ​ຂອງ​ເປີເຊຍ​ບອກ​ວ່າ ‘ພະ​ເຢໂຫວາ​ພະເຈົ້າ​ທີ່​ຢູ່​ໃນ​ສະຫວັນ​ໄດ້​ມອບ​ທຸກ​ປະເທດ​ໃນ​ໂລກ​ນີ້+​ໃຫ້​ຂ້ອຍ ແລະ​ເພິ່ນ​ສັ່ງ​ຂ້ອຍ​ໃຫ້ສ້າງ​ວິຫານ​ໃຫ້​ເພິ່ນ​ໃນ​ເມືອງ​ເຢຣູຊາເລັມ+​ທີ່​ຢູ່​ຢູດາ.

  • ເອຊາຢາ 40:2
    ຄຳພີໄບເບິນສະບັບແປໂລກໃໝ່
    •  2 ເວົ້າ​ໃຫ້​ເຂົ້າ​ເຖິງ​ຫົວໃຈ​ຂອງ*​ຄົນ​ທີ່​ຢູ່​ເມືອງ​ເຢຣູຊາເລັມ.

      ບອກ​ເມືອງ​ນີ້​ໃຫ້​ຮູ້​ວ່າ​ໄລຍະ​ເວລາ​ທີ່​ຕ້ອງ​ເປັນ​ຊະເລີຍ​ສິ້ນ​ສຸດ​ແລ້ວ.

      ເມືອງ​ນີ້​ຊົດໄຊ້​ຄວາມ​ຜິດ​ໝົດ​ແລ້ວ.+

      ພະ​ເຢໂຫວາ​ໄດ້​ລົງໂທດ​ເມືອງ​ນີ້​ຕາມ​ຄວາມ​ຜິດ​ທຸກ​ຢ່າງ*​ແລ້ວ.”+

  • ດານີເອນ 9:2
    ຄຳພີໄບເບິນສະບັບແປໂລກໃໝ່
    • 2 ໃນ​ປີ​ທຳອິດ​ທີ່​ດາຣິອຸດ​ປົກຄອງ ຂ້ອຍ​ດານີເອນ​ໄດ້​ຄົ້ນຄວ້າ​ປຶ້ມ​ຕ່າງ​ໆ​*​ແລະ​ເຂົ້າໃຈ​ກ່ຽວ​ກັບ​ຈຳນວນ​ປີ​ທີ່​ເມືອງ​ເຢຣູຊາເລັມ​ຈະ​ຮ້າງ​ເປົ່າ. ເລື່ອງ​ນີ້​ເປັນ​ໄປ​ຕາມ​ຄຳເວົ້າ​ທີ່​ພະ​ເຢໂຫວາ​ບອກ​ຜ່ານ​ທາງ​ຜູ້ພະຍາກອນ​ເຢເຣມີຢາ​ທີ່​ວ່າ ເມືອງ​ເຢຣູຊາເລັມ​ຈະ​ຮ້າງ​ເປົ່າ+​ເປັນ​ເວລາ 70 ປີ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌