-
ກິດຈະການ 13:34-37ຄຳພີໄບເບິນສະບັບແປໂລກໃໝ່
-
-
34 ພະເຈົ້າປຸກພະເຢຊູໃຫ້ຄືນມາຈາກຕາຍແລະບໍ່ໃຫ້ເພິ່ນກັບໄປມີຮ່າງກາຍທີ່ຕາຍແລະເນົ່າເປື່ອຍໄດ້. ພະເຈົ້າເຄີຍເວົ້າໄວ້ແລ້ວວ່າ ‘ເຮົາຈະຮັກເຈົ້າຢ່າງໝັ້ນຄົງຄືກັບທີ່ເຮົາເຄີຍສັນຍາໄວ້ກັບດາວິດ. ຄຳສັນຍານີ້ເຊື່ອຖືໄດ້ແນ່ນອນ.’+ 35 ນອກຈາກນັ້ນ ໃນເພງສັນລະເສີນອີກບົດໜຶ່ງຍັງບອກວ່າ ‘ພະອົງຈະບໍ່ຍອມໃຫ້ຄົນທີ່ພັກດີຕໍ່ພະອົງເຫັນຄວາມເນົ່າເປື່ອຍ.’+ 36 ດາວິດໄດ້ຮັບໃຊ້ພະເຈົ້າ*ຕອນທີ່ລາວມີຊີວິດຢູ່ ແຕ່ເມື່ອລາວຕາຍ ລາວຖືກຝັງໄວ້ກັບປູ່ຍ່າຕານາຍຂອງລາວແລ້ວກໍເນົ່າເປື່ອຍໄປ.+ 37 ສ່ວນພະເຢຊູຜູ້ທີ່ພະເຈົ້າປຸກໃຫ້ຄືນມາຈາກຕາຍນັ້ນບໍ່ເນົ່າເປື່ອຍເລີຍ.+
-