ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 1 ຂ່າວຄາວ 16:8-13
    ຄຳພີໄບເບິນສະບັບແປໂລກໃໝ່
    • 8 “ໃຫ້​ຂອບໃຈ​ພະ​ເຢໂຫວາ+​ແລະ​ເອີ້ນ​ຊື່​ເພິ່ນ.

      ໃຫ້​ທຸກ​ຄົນ​ຮູ້​ວ່າ​ເພິ່ນ​ໄດ້​ເຮັດ​ຫຍັງ​ແດ່.+

      9 ຮ້ອງເພງ​ໃຫ້​ເພິ່ນ​ແລະ​ຫຼິ້ນ​ດົນຕີ​ສັນລະເສີນ​ເພິ່ນ+

      ໃຫ້​ຄິດ​ເຖິງ*​ສິ່ງ​ທີ່​ເປັນ​ຕາ​ງຶດ​ທີ່​ເພິ່ນ​ໄດ້​ເຮັດ.+

      10 ໃຫ້​ພູມ​ໃຈ​ທີ່​ໄດ້ສັນລະເສີນຊື່​ທີ່​ບໍລິສຸດ​ຂອງ​ເພິ່ນ.+

      ໃຫ້​ຫົວໃຈ​ຂອງ​ຄົນ​ທີ່​ຊອກ​ຫາ​ພະ​ເຢໂຫວາ​ມີ​ຄວາມສຸກ.+

      11 ໃຫ້​ຊອກ​ຫາ​ພະ​ເຢໂຫວາ+​ແລະເພິ່ງ​ກຳລັງ​ຈາກ​ເພິ່ນ.

      ຂໍ​ໃຫ້​ເພິ່ນຊ່ວຍເລື້ອຍ​ໆ​.+

      12 ໃຫ້​ຄິດ​ເຖິງ​ສິ່ງ​ທີ່​ເປັນຕາງຶດ​ທີ່​ເພິ່ນ​ໄດ້​ເຮັດ+

      ຄິດ​ເຖິງ​ການອັດສະຈັນ​ແລະ​ການ​ຕັດສິນ​ທີ່ຍຸຕິທຳຂອງ​ເພິ່ນ

      13 ພວກ​ເຈົ້າ​ທີ່​ເປັນ​ລູກຫຼານ*​ຂອງ​ອິດສະຣາເອນ​ຜູ້​ຮັບໃຊ້​ຂອງ​ເພິ່ນ+

      ພວກ​ເຈົ້າ​ທີ່​ເປັນ​ລູກຫຼານ​ຂອງ​ຢາໂຄບ​ທີ່​ເພິ່ນ​ໄດ້​ເລືອກ​ໄວ້.+

  • ເພງສັນລະເສີນ 96:3
    ຄຳພີໄບເບິນສະບັບແປໂລກໃໝ່
    •  3 ໄປ​ບອກ​ທຸກ​ປະເທດ​ໃຫ້​ຮູ້​ວ່າ​ເພິ່ນ​ຍິ່ງໃຫຍ່​ສ່ຳ​ໃດ.

      ໄປ​ເລົ່າ​ສິ່ງ​ທີ່​ເປັນ​ຕາ​ງຶດ​ທີ່​ເພິ່ນ​ໄດ້​ເຮັດ​ໃຫ້​ທຸກ​ຄົນ​ຟັງ.+

  • ເພງສັນລະເສີນ 145:11, 12
    ຄຳພີໄບເບິນສະບັບແປໂລກໃໝ່
    • 11 ເຂົາເຈົ້າ​ຈະ​ປະກາດ​ສະຫງ່າ​ລາສີ​ຂອງ​ການ​ປົກຄອງ​ຂອງ​ພະອົງ+

      ແລະ​ເວົ້າ​ເຖິງ​ຄວາມ​ຍິ່ງໃຫຍ່​ຂອງ​ພະອົງ+

      ל [ລາ​ເມດ]

      12 ເພື່ອ​ໃຫ້​ມະນຸດ​ທຸກ​ຄົນ​ຮູ້ຈັກ​ສິ່ງ​ທີ່​ຍິ່ງໃຫຍ່​ທີ່​ພະອົງ​ເຮັດ+

      ແລະ​ຮູ້​ວ່າ​ການ​ປົກຄອງ​ຂອງ​ພະອົງ​ຍິ່ງໃຫຍ່​ສ່ຳ​ໃດ.+

  • ເອຊາຢາ 12:4
    ຄຳພີໄບເບິນສະບັບແປໂລກໃໝ່
    •  4 ໃນ​ມື້​ນັ້ນ ພວກເຈົ້າ​ຈະ​ເວົ້າ​ວ່າ:

      “ໃຫ້​ພວກ​ເຮົາ​ຂອບໃຈ​ພະ​ເຢໂຫວາ​ແລະ​ຮ້ອງ​ຊື່​ເພິ່ນ.

      ບອກ​ທຸກ​ຄົນ​ໃຫ້​ຮູ້​ວ່າ​ເພິ່ນ​ໄດ້​ເຮັດ​ຫຍັງ​ແດ່.+

      ບອກ​ທຸກ​ຄົນ​ໃຫ້​ຮູ້​ວ່າ​ຊື່​ຂອງ​ເພິ່ນ​ໄດ້​ຮັບ​ການ​ຍົກຍ້ອງ​ຫຼາຍ​ສ່ຳ​ໃດ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌