-
ອົບພະຍົບ 9:23-26ຄຳພີໄບເບິນສະບັບແປໂລກໃໝ່
-
-
23 ໂມເຊກໍຍົກໄມ້ຄ້ອນເທົ້າຂຶ້ນເທິງຟ້າ ແລ້ວພະເຢໂຫວາກໍເຮັດໃຫ້ເກີດຟ້າຮ້ອງ ໝາກເຫັບຕົກ ແລະມີໄຟ*ຕົກລົງມາໃສ່ດິນ. ພະເຢໂຫວາເຮັດໃຫ້ໝາກເຫັບຕົກໃສ່ແຜ່ນດິນເອຢິບບໍ່ຢຸດບໍ່ເຊົາ. 24 ຕອນທີ່ໝາກເຫັບຕົກນັ້ນມີໄຟເຫຼື້ອມມາບໆຢູ່ເທິງທ້ອງຟ້າ. ໝາກເຫັບຕົກໜັກແທ້ໜັກວ່າ. ບໍ່ເຄີຍຕົກແນວນີ້ເລີຍຕັ້ງແຕ່ມີແຜ່ນດິນເອຢິບ.+ 25 ໝາກເຫັບຕົກໃສ່ທຸກຢ່າງທົ່ວແຜ່ນດິນເອຢິບ. ມັນຕົກໃສ່ທັງຄົນທັງສັດ ແລະທຳລາຍພືດຜັກທຸກຊະນິດ ລວມທັງຕົ້ນໄມ້ທຸກຕົ້ນທີ່ຢູ່ທົ່ງຫຍ້າ.+ 26 ແຕ່ໃນໂກເຊັນທີ່ຄົນອິດສະຣາເອນອາໄສຢູ່ພັດບໍ່ມີໝາກເຫັບຕົກຈັກໜ່ວຍເລີຍ.+
-