ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ປະຖົມມະການ 15:13, 14
    ຄຳພີໄບເບິນສະບັບແປໂລກໃໝ່
    • 13 ຈາກ​ນັ້ນ ພະເຈົ້າ​ເວົ້າ​ກັບ​ອັບຣາມ​ວ່າ: “ລູກ​ຫຼານ​ຂອງ​ເຈົ້າ​ຈະ​ໄປ​ຢູ່​ໃນ​ແຜ່ນດິນ​ຂອງ​ຄົນ​ອື່ນ. ເຂົາ​ເຈົ້າ​ຈະ​ເປັນທາດຂອງ​ພວກ​ນັ້ນ​ແລະ​ຖືກ​ກົດ​ຂີ່​ເປັນ​ເວລາ 400 ປີ.+ 14 ເຮົາ​ຈະ​ລົງໂທດ​ຊາດ​ທີ່​ປົກຄອງ​ເຂົາ​ເຈົ້າ+ ແລະ​ຈາກ​ນັ້ນ ເຂົາ​ເຈົ້າ​ຈະ​ອອກ​ຈາກ​ປະເທດ​ນັ້ນ​ພ້ອມ​ກັບ​ຊັບ​ສົມບັດ​ຈຳນວນ​ຫຼາຍ.+

  • ອົບພະຍົບ 3:22
    ຄຳພີໄບເບິນສະບັບແປໂລກໃໝ່
    • 22 ພວກ​ຜູ້​ຍິງ​ອິດສະຣາເອນ​ແຕ່​ລະ​ຄົນ​ຈະ​ຂໍ​ເຄື່ອງ​ເງິນ​ເຄື່ອງ​ຄຳ​ແລະ​ເຄື່ອງນຸ່ງ​ຈາກ​ເພື່ອນ​ບ້ານ ແລະ​ຈາກ​ຜູ້​ຍິງ​ຊາດ​ອື່ນ​ທີ່​ຢູ່​ເຮືອນ​ນຳ​ກັນ. ພວກ​ຜູ້​ຍິງ​ອິດສະຣາເອນ​ຈະ​ເອົາ​ມາ​ໃສ່​ໃຫ້​ລູກ​ຊາຍ​ກັບ​ລູກສາວ ແລະ​ພວກ​ເຈົ້າ​ຈະ​ໄດ້​ເຄື່ອງ​ຂອງ​ຫຼາຍ​ແທ້​ໆ​ຈາກ​ພວກ​ເອຢິບ.”+

  • ອົບພະຍົບ 12:35, 36
    ຄຳພີໄບເບິນສະບັບແປໂລກໃໝ່
    • 35 ພວກ​ອິດສະຣາເອນ​ໄດ້​ເຮັດ​ຕາມ​ທີ່​ໂມເຊ​ບອກ. ເຂົາ​ເຈົ້າ​ໄດ້​ໄປ​ຂໍ​ເຄື່ອງ​ເງິນ​ເຄື່ອງ​ຄຳ​ແລະ​ເຄື່ອງນຸ່ງ​ຈາກ​ຄົນ​ເອຢິບ.+ 36 ພະ​ເຢໂຫວາ​ກໍ​ເຮັດ​ໃຫ້​ຄົນ​ເອຢິບ​ໃຈ​ດີ​ຕໍ່​ເຂົາ​ເຈົ້າ. ເຂົາ​ເຈົ້າ​ຂໍ​ຫຍັງ​ຄົນ​ເອຢິບ​ກໍ​ໃຫ້​ໝົດ​ເລີຍ. ເຂົາ​ເຈົ້າ​ຈຶ່ງ​ໄດ້​ເຄື່ອງ​ຂອງ​ຈາກ​ຄົນ​ເອຢິບ​ມາຫຼາຍ​ອີ່ຫຼີ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌