-
ອົບພະຍົບ 14:11, 12ຄຳພີໄບເບິນສະບັບແປໂລກໃໝ່
-
-
11 ເຂົາເຈົ້າເວົ້າໃຫ້ໂມເຊວ່າ: “ຢູ່ເອຢິບບໍ່ມີບ່ອນຝັງສົບແລ້ວເບາະ! ເຈົ້າຈຶ່ງພາພວກເຮົາມາຕາຍຢູ່ບ່ອນກັນດານນີ້?+ ເຈົ້າພາພວກເຮົາອອກມາຈາກເອຢິບເຮັດຫຍັງ? 12 ຕອນຢູ່ເອຢິບພວກເຮົາກໍບອກເຈົ້າແລ້ວບໍ່ແມ່ນບໍວ່າ ‘ຢ່າມາຫຍຸ້ງກັບພວກເຮົາ! ປ່ອຍໃຫ້ພວກເຮົາຮັບໃຊ້ພວກເອຢິບ.’ ໃຫ້ພວກເຮົາເປັນທາດຂອງພວກເຂົາກະຍັງຊິດີກວ່າມາຕາຍຢູ່ບ່ອນກັນດານນີ້.”+
-