ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ອົບພະຍົບ 34:6
    ຄຳພີໄບເບິນສະບັບແປໂລກໃໝ່
    • 6 ພະ​ເຢໂຫວາ​ກາຍ​ໜ້າ​ໂມເຊ​ໄປ​ແລະ​ເວົ້າ​ວ່າ: “ເຮົາ​ແມ່ນ​ເຢໂຫວາ ເຮົາ​ແມ່ນ​ເຢໂຫວາ ເຮົາ​ເປັນ​ພະເຈົ້າ​ທີ່​ມີ​ຄວາມ​ເມດຕາ ໃຈ​ດີ+ ບໍ່​ໃຈ​ຮ້າຍ​ງ່າຍ+ ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຫຼາຍ​ທີ່​ສຸດ+ ແລະເວົ້າ​ແຕ່​ຄວາມຈິງ.*+

  • ພະບັນຍັດ 32:36
    ຄຳພີໄບເບິນສະບັບແປໂລກໃໝ່
    • 36 ພະ​ເຢໂຫວາ​ຈະ​ຕັດສິນ​ຄົນ​ຂອງ​ເພິ່ນ+

      ແລະ​ຈະ​ອີ່ຕົນ​ຜູ້​ຮັບ​ໃຊ້​ຂອງ​ເພິ່ນ.+

      ເມື່ອ​ເພິ່ນ​ເຫັນ​ເຂົາ​ເຈົ້າ​ອ່ອນ​ແຮງ

      ແລະ​ເຫັນ​ແຕ່​ຄົນ​ອ່ອນແອ​ແລະ​ບໍ່​ມີ​ທີ່​ເພິ່ງ​ເຫຼືອ​ຢູ່

  • ເອຊາຢາ 63:7
    ຄຳພີໄບເບິນສະບັບແປໂລກໃໝ່
    •  7 ຂ້ອຍ​ຈະ​ເວົ້າ​ເຖິງ​ສິ່ງ​ທີ່​ພະ​ເຢໂຫວາ​ເຮັດ​ດ້ວຍ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຂອງ​ເພິ່ນ

      ແລະ​ຈະ​ສັນລະເສີນ​ພະ​ເຢໂຫວາ

      ຍ້ອນ​ພະ​ເຢໂຫວາ​ໄດ້​ເຮັດ​ທຸກ​ສິ່ງ​ເພື່ອ​ພວກ​ເຮົາ.+

      ເພິ່ນ​ເຮັດ​ສິ່ງ​ທີ່​ດີ​ຫຼາຍ​ຢ່າງ​ເພື່ອ​ລູກ​ຫຼານ​ຂອງ​ອິດສະຣາເອນ

      ຍ້ອນ​ເພິ່ນ​ມີ​ຄວາມ​ເມດຕາ​ແລະ​ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ​ທີ່​ຍິ່ງໃຫຍ່.

  • ເພງໂສກເສົ້າ 3:32
    ຄຳພີໄບເບິນສະບັບແປໂລກໃໝ່
    • 32 ເຖິງ​ວ່າ​ເພິ່ນ​ເຮັດ​ໃຫ້​ພວກເຮົາ​ໂສກເສົ້າ ແຕ່​ເພິ່ນ​ກໍ​ຈະ​ເມດຕາ​ພວກເຮົາ​ຍ້ອນ​ເພິ່ນ​ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຫຼາຍ.+

  • ໂຢເອນ 2:13
    ຄຳພີໄບເບິນສະບັບແປໂລກໃໝ່
    • 13 ຢ່າ​ຈີກ​ແຕ່​ເຄື່ອງນຸ່ງ​ຂອງ​ພວກເຈົ້າ+ ແຕ່​ໃຫ້​ສຳນຶກຜິດຈາກ​ໃຈ*​ນຳ+

      ແລະ​ໃຫ້​ກັບມາຫາ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກເຈົ້າ.

      ເພິ່ນ​ຈະ​ປ່ຽນໃຈ​ບໍ່​ທຳລາຍ​ພວກເຈົ້າ

      ຍ້ອນ​ເພິ່ນ​ເປັນ​ພະເຈົ້າ​ທີ່​ມີ​ຄວາມ​ເມດຕາ ໃຈດີ* ບໍ່​ໃຈຮ້າຍ​ງ່າຍ+ ແລະ​ມີ​ຄວາມຮັກ​ທີ່​ໝັ້ນຄົງ​ຫຼາຍ​ທີ່ສຸດ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌