-
ໂຢຊວຍ 4:5-7ຄຳພີໄບເບິນສະບັບແປໂລກໃໝ່
-
-
5 ລາວເວົ້າກັບເຂົາເຈົ້າວ່າ: “ໃຫ້ໄປເອົາຫີນມາຈາກກາງແມ່ນ້ຳຈໍແດນໃກ້ໆບ່ອນທີ່ພວກປະໂລຫິດຫາມຫີບສັນຍາຂອງພະເຢໂຫວາພະເຈົ້າຂອງເຈົ້າຢືນຢູ່. ໃຫ້ພວກເຈົ້າແບກຫີນໃສ່ບ່າມາຄົນລະກ້ອນເພື່ອຈະໄດ້ຫີນຄົບຕາມຈຳນວນຕະກູນຂອງພວກອິດສະຣາເອນ. 6 ຫີນເຫຼົ່ານີ້ຈະເປັນສິ່ງເຕືອນໃຈວ່າພະເຈົ້າໄດ້ເຮັດຫຍັງເພື່ອພວກເຈົ້າ. ຖ້າຕໍ່ມາລູກຫຼານຂອງພວກເຈົ້າຖາມວ່າ ‘ຫີນເຫຼົ່ານີ້ແມ່ນຫີນຫຍັງ?’+ 7 ພວກເຈົ້າຕ້ອງບອກເຂົາເຈົ້າວ່າ ‘ສະໄໝແຕ່ກີ້ ຕອນທີ່ພວກປະໂລຫິດຫາມຫີບ+ສັນຍາຂອງພະເຢໂຫວາຂ້າມແມ່ນ້ຳຈໍແດນ ນ້ຳໄດ້ຖືກກັ້ນໄວ້. ຫີນເຫຼົ່ານີ້ເປັນສິ່ງທີ່ຊ່ວຍໃຫ້ພວກອິດສະຣາເອນຈື່ເຫດການນັ້ນຕະຫຼອດໄປ.’”+
-