ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ອົບພະຍົບ 32:12
    ຄຳພີໄບເບິນສະບັບແປໂລກໃໝ່
    • 12 ຖ້າ​ພະອົງ​ເຮັດ​ແນວ​ນີ້ ພວກ​ເອຢິບ​ກໍ​ຊິ​ເວົ້າ​ໃຫ້​ພະອົງ​ວ່າ ‘ເພິ່ນ​ພາ​ພວກ​ນີ້​ອອກ​ມາ ແຕ່​ເພິ່ນ​ບໍ່​ໄດ້​ຫວັງ​ດີ​ຕໍ່​ພວກ​ເຂົາ​ແທ້​ໆ​. ເພິ່ນ​ຢາກ​ພາ​ພວກ​ເຂົາ​ມາ​ຂ້າ​ຢູ່​ເທິງ​ພູ​ນີ້​ແລະ​ຢາກ​ກຳຈັດ​ພວກ​ເຂົາ​ໃຫ້​ໝົດ​ໄປ​ຈາ​ກ​ໂລກ​ນີ້.’+ ຂໍ​ພະອົງ​ຢ່າ​ໃຈ​ຮ້າຍ. ຂໍ​ພະອົງ​ປ່ຽນ​ໃຈ. ຢ່າ​ທຳລາຍ​ຄົນ​ຂອງ​ພະອົງ​ເລີຍ.

  • ຈົດເຊັນບັນຊີ 14:15, 16
    ຄຳພີໄບເບິນສະບັບແປໂລກໃໝ່
    • 15 ຖ້າ​ພະອົງ​ຂ້າ​ຄົນ​ຂອງ​ພະອົງ​ຕາຍ​ໝົດ​ບາດ​ດຽວ ຊາດ​ຕ່າງ​ໆ​ທີ່ໄດ້​ຍິນ​ເລື່ອງຂອງ​ພະອົງ​ກໍ​ຈະ​ເວົ້າ​ວ່າ 16 ‘ພະ​ເຢໂຫວາ​ສັນຍາ​ວ່າ​ຈະ​ໃຫ້​ແຜ່ນດິນ​ໜຶ່ງ​ກັບ​ຄົນ​ຂອງ​ເພິ່ນ ແຕ່​ພາ​ເຂົາ​ເຈົ້າ​ໄປ​ບ່ອນ​ນັ້ນ​ບໍ່​ໄດ້ ເພິ່ນ​ກໍ​ເລີຍ​ຂ້າ​ເຂົາ​ເຈົ້າ​ຖິ້ມ​ໃນ​ບ່ອນ​ກັນ​ດານ.’+

  • ພະບັນຍັດ 32:26, 27
    ຄຳພີໄບເບິນສະບັບແປໂລກໃໝ່
    • 26 ແທ້​ໆ​ແລ້ວ​ເຮົາ​ຢາກ​ຈະ​ເວົ້າ​ວ່າ “ເຮົາ​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ແຕກຊະ​ກັນ​ໄປ.

      ເຮົາ​ຈະ​ເຮັດ​ໃຫ້​ບໍ່​ມີ​ໃຜ​ຈື່​ເຂົາ​ເຈົ້າ​ໄດ້.”

      27 ແຕ່ເຮົາ​ບໍ່​ໄດ້​ເວົ້າ​ແນວ​ນັ້ນ+

      ຍ້ອນ​ບໍ່​ຢາກ​ໃຫ້​ສັດຕູເຍາະເຍີ້ຍເຮົາ​ໄດ້.+

      ພວກ​ເຂົາ​ອາດ​ຈະ​ເວົ້າ​ວ່າ “ພວກ​ເຮົາ​ຊະນະ​ໄດ້​ຍ້ອນ​ພວກ​ເຮົາ​ເກັ່ງ​ຫຼາຍ+

      ບໍ່​ແມ່ນ​ຍ້ອນ​ພະ​ເຢໂຫວາ​ດອກ.”

  • ເພງສັນລະເສີນ 79:10
    ຄຳພີໄບເບິນສະບັບແປໂລກໃໝ່
    • 10 ຂໍ​ພະອົງ​ຢ່າ​ປ່ອຍ​ໃຫ້​ຊາດ​ຕ່າງ​ໆ​ເວົ້າ​ວ່າ: “ພະເຈົ້າ​ຂອງ​ພວກ​ມັນ​ໄປ​ໃສ​ແລ້ວ?”+

      ຂໍ​ໃຫ້​ພວກເຮົາ​ໄດ້​ເຫັນ​ຕອນ​ທີ່​ພະອົງ​ເຮັດ​ໃຫ້​ຊາດ​ຕ່າງ​ໆ​ຮູ້​ວ່າ

      ພະອົງ​ແກ້ແຄ້ນ​ໃຫ້​ຜູ້​ຮັບໃຊ້​ຂອງ​ພະອົງ​ທີ່​ຖືກ​ຂ້າ​ແລ້ວ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌