ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອຊາຢາ 28:16
    ຄຳພີໄບເບິນສະບັບແປໂລກໃໝ່
    • 16 ຍ້ອນ​ແນວ​ນີ້ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ຈຶ່ງ​ເວົ້າ​ວ່າ:

      “ເຮົາເປັນ​ຜູ້​ວາງ​ຫີນ​ທີ່​ຖືກ​ທົດສອບ​ແລ້ວ​ເພື່ອ​ໃຫ້​ເປັນ​ຮາກຖານ​ຢູ່​ຊີໂອນ+

      ແລະ​ເປັນ​ຫີນຫົວແຈ*​ທີ່​ມີຄ່າ​ຫຼາຍ+​ເຊິ່ງ​ຈະ​ເປັນ​ຮາກຖານ​ທີ່ໝັ້ນຄົງ.+

      ທຸກ​ຄົນ​ທີ່ສະແດງ​ຄວາມເຊື່ອ​ໃນ​ຫີນ​ນີ້ຈະ​ບໍ່​ຢ້ານ.+

  • ລູກາ 20:17
    ຄຳພີໄບເບິນສະບັບແປໂລກໃໝ່
    • 17 ພະ​ເຢຊູ​ແນມ​ເບິ່ງ​ເຂົາເຈົ້າ​ແລະ​ເວົ້າ​ວ່າ: “ຖ້າ​ເປັນ​ແນວ​ນັ້ນ ຂໍ້​ຄວາມ​ນີ້​ໃນ​ພະ​ຄຳພີ​ໝາຍເຖິງ​ຫຍັງ​ທີ່​ວ່າ ‘ຫີນ​ທີ່​ຊ່າງ​ກໍ່ສ້າງ​ຖິ້ມ​ແລ້ວ​ໄດ້​ກາຍ​ມາ​ເປັນ​ຫີນ​ຫົວແຈ​ຫຼັກ’?*+

  • ກິດຈະການ 4:11
    ຄຳພີໄບເບິນສະບັບແປໂລກໃໝ່
    • 11 ພະ​ເຢຊູ​ຜູ້​ນີ້​ເປັນ ‘ຫີນ​ທີ່​ພວກ​ເຈົ້າ​ທີ່​ເປັນ​ຊ່າງ​ກໍ່ສ້າງ​ໄດ້​ຖິ້ມ​ແລ້ວ​ໄດ້​ກາຍ​ມາ​ເປັນ​ຫີນ​ຫົວແຈ​ຫຼັກ.’*+

  • 1 ໂກຣິນໂທ 3:11
    ຄຳພີໄບເບິນສະບັບແປໂລກໃໝ່
    • 11 ຮາກຖານ​ນັ້ນ​ແມ່ນ​ພະ​ເຢຊູ​ຄລິດ+​ແລະ​ບໍ່​ມີ​ຜູ້​ໃດ​ຈະ​ວາງ​ຮາກຖານ​ອື່ນ​ແທນ​ໄດ້.

  • ເອເຟໂຊ 2:19, 20
    ຄຳພີໄບເບິນສະບັບແປໂລກໃໝ່
    • 19 ດັ່ງນັ້ນ ພວກ​ເຈົ້າ​ຈຶ່ງ​ບໍ່​ແມ່ນ​ຄົນ​ແປກໜ້າ​ຫຼື​ຄົນ​ຕ່າງ​ຊາດ​ອີກ​ຕໍ່​ໄປ+ ແຕ່​ເປັນ​ພົນລະເມືອງ+​ນຳ​ກັນ​ກັບ​ພວກ​ຜູ້​ບໍລິສຸດ​ແລະ​ເປັນ​ຄົນ​ໃນ​ຄອບຄົວ​ຂອງ​ພະເຈົ້າ.+ 20 ພວກ​ເຈົ້າ​ຖືກ​ສ້າງ​ເປັນ​ຕຶກ​ທີ່​ມີ​ຮາກຖານ​ເປັນ​ອັກຄະສາວົກ*​ແລະ​ພວກ​ຜູ້​ພະຍາກອນ+ ແລະ​ມີ​ພະຄລິດ​ເຢຊູ​ເປັນ​ຫີນ​ຫົວແຈ*​ຂອງ​ຮາກຖານ​ນັ້ນ.+

  • 1 ເປໂຕ 2:4-7
    ຄຳພີໄບເບິນສະບັບແປໂລກໃໝ່
    • 4 ເພິ່ນ​ເປັນ​ຫີນ​ທີ່​ມີ​ຊີວິດ​ຢູ່. ຄົນ​ບໍ່​ຍອມຮັບ​ຫີນ​ກ້ອນ​ນີ້+ ແຕ່​ພະເຈົ້າ​ພັດ​ເລືອກ​ໄວ້​ແລະ​ຖື​ວ່າ​ມີ​ຄ່າ​ຫຼາຍ.+ ເມື່ອ​ພວກ​ເຈົ້າ​ມາ​ຫາ​ເພິ່ນ 5 ພວກ​ເຈົ້າ​ທີ່​ເປັນ​ຫີນ​ທີ່​ມີ​ຊີວິດ​ຢູ່​ຄື​ກັນ​ກໍ​ກຳລັງ​ຖືກ​ສ້າງ​ຂຶ້ນ​ໃຫ້​ເປັນ​ວິຫານ​ດ້ວຍ​ພະລັງ​ບໍລິສຸດ​ຂອງ​ພະເຈົ້າ.+ ພວກ​ເຈົ້າ​ຈະ​ຮັບ​ໃຊ້​ເປັນ​ປະໂລຫິດ​ທີ່​ບໍລິສຸດ​ເພື່ອ​ຈະ​ເອົາ​ເຄື່ອງ​ບູຊາ+​ທີ່​ພະເຈົ້າ​ຍອມຮັບ​ມາ​ໃຫ້​ຜ່ານ​ທາງ​ພະ​ເຢຊູ​ຄລິດ.+ 6 ພະຄຳພີ​ບອກ​ວ່າ: “ເຮົາ​ເປັນ​ຜູ້​ວາງ​ຫີນ​ກ້ອນ​ໜຶ່ງ​ໄວ້​ຢູ່​ຊີໂອນ ເປັນ​ຫີນ​ທີ່​ມີ​ຄ່າ​ຫຼາຍ​ເຊິ່ງ​ເຮົາ​ເລືອກ​ໄວ້​ໃຫ້​ເປັນ​ຫີນ​ຫົວແຈ*​ຂອງ​ຮາກ​ຖານ ແລະ​ທຸກ​ຄົນ​ທີ່​ສະແດງ​ຄວາມ​ເຊື່ອ​ໃນ​ຫີນ​ກ້ອນ​ນີ້​ຈະ​ບໍ່​ຜິດຫວັງ​ເລີຍ.”*+

      7 ພະຄລິດ​ຈຶ່ງ​ມີ​ຄ່າ​ຫຼາຍ​ສຳລັບ​ພວກ​ເຈົ້າ​ຍ້ອນ​ພວກ​ເຈົ້າ​ມີ​ຄວາມ​ເຊື່ອ. ແຕ່​ສຳລັບ​ຄົນ​ທີ່​ບໍ່​ເຊື່ອ “ຫີນ​ທີ່​ຊ່າງ​ກໍ່ສ້າງ​ໄດ້​ຖິ້ມ​ໄປ​ແລ້ວ+​ໄດ້​ກາຍ​ມາ​ເປັນ​ຫີນ​ຫົວແຈ​ຫຼັກ”*+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌