ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 1 ຊາມູເອນ 24:11
    ຄຳພີໄບເບິນສະບັບແປໂລກໃໝ່
    • 11 ພໍ່​ຂອງ​ຂ້ອຍ ເບິ່ງ​ແມ້ ທ່ານ​ເຫັນ​ຍອຍ​ເສື້ອ​ທີ່​ຢູ່​ໃນ​ມື​ຂ້ອຍ​ບໍ? ຕອນ​ທີ່​ຂ້ອຍ​ຕັດ​ຍອຍ​ເສື້ອ​ແຂນກິ້ນ​ຂອງ​ທ່ານ ຂ້ອຍ​ສາມາດ​ຂ້າທ່ານໄດ້ ແຕ່​ຂ້ອຍ​ກໍ​ບໍ່​ໄດ້​ຂ້າ. ຕອນ​ນີ້ ທ່ານ​ເຫັນ​ແລະ​ເຂົ້າໃຈ​ແລ້ວ​ວ່າ​ຂ້ອຍ​ບໍ່​ຕ້ອງການ​ທຳຮ້າຍ​ຫຼື​ຕໍ່ຕ້ານ​ທ່ານ ແລະ​ຂ້ອຍ​ກໍ​ບໍ່​ເຄີຍ​ເຮັດ​ຜິດ​ຕໍ່​ທ່ານ​ເລີຍ+ ແຕ່​ທ່ານ​ພັດ​ໄລ່ລ່າ​ຢາກ​ຂ້າ​ຂ້ອຍ.+

  • 2 ຊາມູເອນ 22:21-25
    ຄຳພີໄບເບິນສະບັບແປໂລກໃໝ່
    • 21 ພະ​ເຢໂຫວາ​ໃຫ້​ລາງວັນ​ລູກ ຍ້ອນ​ລູກ​ເຮັດ​ດີ.+

      ພະອົງ​ຕອບ​ແທນ​ລູກ ຍ້ອນ​ມື​ຂອງ​ລູກ​ບໍ່​ໄດ້​ເຮັດ​ຜິດ.+

      22 ລູກ​ເຮັດ​ຕາມ​ສິ່ງ​ທີ່​ພະ​ເຢໂຫວາ​ຕ້ອງການ​ສະເໝີ

      ແລະ​ລູກ​ບໍ່​ໄດ້​ເຮັດ​ຊົ່ວ​ໂດຍ​ຖິ້ມ​ພະເຈົ້າ​ຂອງ​ລູກ.

      23 ລູກ​ຈື່​ຄຳ​ສັ່ງ​ທຸກ​ຂໍ້​ຂອງ​ພະອົງ.+

      ລູກ​ຈະ​ເຮັດ​ຕາມ​ກົດ​ໝາຍ​ຂອງ​ພະອົງ​ຕະຫຼອດໄປ.+

      24 ລູກ​ຈະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ສະເໝີ+ຕໍ່​ໜ້າ​ພະອົງ

      ແລະ​ລູກ​ຈະ​ບໍ່​ເຮັດ​ຜິດ​ເລີຍ.+

      25 ຂໍ​ພະ​ເຢໂຫວາ​ໃຫ້​ລາງວັນ​ລູກ ຍ້ອນ​ລູກ​ເຮັດ​ດີ+

      ແລະ​ຍ້ອນ​ພະອົງ​ເຫັນ​ວ່າ​ລູກ​ເຮັດ​ສິ່ງ​ທີ່​ຖືກຕ້ອງ.+

  • ເພງສັນລະເສີນ 24:3, 4
    ຄຳພີໄບເບິນສະບັບແປໂລກໃໝ່
    •  3 ໃຜ​ຈະ​ໄດ້​ຂຶ້ນ​ໄປ​ເທິງ​ພູ​ຂອງ​ພະ​ເຢໂຫວາ+

      ແລະ​ໃຜ​ຈະ​ໄດ້​ຢືນ​ຢູ່​ບ່ອນ​ບໍລິສຸດ​ຂອງ​ເພິ່ນ?

       4 ກໍ​ແມ່ນ​ຄົນ​ທີ່​ບໍ່​ໄດ້​ເຮັດ​ຜິດ​ແລະ​ເປັນ​ຄົນ​ຈິງ​ໃຈ+

      ຄົນ​ທີ່​ບໍ່​ໄດ້​ສາບານ​ຕົວະ​ໂດຍ​ໃຊ້​ຊື່​ຂອງ​ເຮົາ*

      ແລະ​ຄົນ​ທີ່​ບໍ່​ໄດ້​ສາບານ​ເພື່ອ​ຕົວະ​ຄົນອື່ນ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌