ປະຖົມມະການ 13:8 ຄຳພີໄບເບິນສະບັບແປໂລກໃໝ່ 8 ອັບຣາມຈຶ່ງເວົ້າກັບໂລດ+ວ່າ: “ຫຼານເອີ້ຍ ເຮົາເປັນພີ່ນ້ອງກັນ ເຮົາບໍ່ຄວນຜິດຖຽງກັນ. ຄົນລ້ຽງສັດຂອງເຮົາກໍບໍ່ຄວນຜິດຖຽງກັນ. ໂຢຮັນ 13:35 ຄຳພີໄບເບິນສະບັບແປໂລກໃໝ່ 35 ທຸກຄົນຈະຮູ້ວ່າພວກເຈົ້າເປັນລູກສິດຂອງຂ້ອຍ ເມື່ອພວກເຈົ້າຮັກກັນ.”+ ໂກໂລຊາຍ 3:14 ຄຳພີໄບເບິນສະບັບແປໂລກໃໝ່ 14 ນອກຈາກນັ້ນ ໃຫ້ປູກຝັງຄວາມຮັກ+ ຍ້ອນຄວາມຮັກຜູກພັນຄົນເຮົາໃຫ້ເປັນນ້ຳໜຶ່ງໃຈດຽວກັນ.+ ເຮັບເຣີ 13:1 ຄຳພີໄບເບິນສະບັບແປໂລກໃໝ່ 13 ຂໍໃຫ້ພວກເຈົ້າຮັກກັນແບບພີ່ນ້ອງຕໍ່ໆໄປ.+
8 ອັບຣາມຈຶ່ງເວົ້າກັບໂລດ+ວ່າ: “ຫຼານເອີ້ຍ ເຮົາເປັນພີ່ນ້ອງກັນ ເຮົາບໍ່ຄວນຜິດຖຽງກັນ. ຄົນລ້ຽງສັດຂອງເຮົາກໍບໍ່ຄວນຜິດຖຽງກັນ.