ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ອົບພະຍົບ 7:20
    ຄຳພີໄບເບິນສະບັບແປໂລກໃໝ່
    • 20 ໂມເຊ​ກັບ​ອາໂຣນ​ກໍ​ເຮັດ​ຕາມ​ທີ່​ພະ​ເຢໂຫວາ​ສັ່ງ​ທັນທີ. ອາໂຣນ​ຍົກ​ໄມ້ຄ້ອນເທົ້າ​ຂຶ້ນ​ແລ້ວ​ຟາດ​ລົງ​ໃສ່​ແມ່​ນ້ຳ​ນິນ​ຕໍ່​ໜ້າ​ຟາໂຣ​ແລະ​ຄົນ​ຮັບ​ໃຊ້​ຂອງ​ລາວ​ ແລ້ວ​ນ້ຳ​ໃນ​ແມ່​ນ້ຳ​ທັງ​ໝົດ​ກໍ​ກາຍ​ເປັນ​ເລືອດ.+

  • ອົບພະຍົບ 8:6
    ຄຳພີໄບເບິນສະບັບແປໂລກໃໝ່
    • 6 ອາໂຣນ​ຈຶ່ງ​ເອົາ​ໄມ້​ຄ້ອນ​ເທົ້າ​ຊີ້​ໄປ​ທາງ​ແມ່​ນ້ຳ​ແລະ​ຫ້ວຍ​ໜອງ​ຄອງ​ບຶງ​ຂອງ​ເອຢິບ ແລ້ວ​ຝູງ​ກົບ​ກໍ​ຂຶ້ນ​ມາ​ຢູ່​ທົ່ວ​ແຜ່ນດິນ​ເອຢິບ.

  • ອົບພະຍົບ 8:17
    ຄຳພີໄບເບິນສະບັບແປໂລກໃໝ່
    • 17 ແລ້ວ​ເຂົາ​ເຈົ້າ​ກໍ​ເຮັດ​ຕາມ​ນັ້ນ. ອາໂຣນ​ກໍ​ເອົາ​ໄມ້ຄ້ອນເທົ້າ​ຟາດ​ໃສ່​ຂີ້ຝຸ່ນ​ຢູ່​ດິນ. ຂີ້ຝຸ່ນ​ທັງ​ໝົດ​ທົ່ວ​ແຜ່ນດິນ​ເອຢິບ​ກໍ​ກາຍ​ເປັນ​ໂຕ​ຮີ້ນ​ມາ​ຕອມ​ຄົນ​ແລະ​ສັດ.+

  • ອົບພະຍົບ 9:6
    ຄຳພີໄບເບິນສະບັບແປໂລກໃໝ່
    • 6 ໃນ​ມື້​ຕໍ່ມາ ພະ​ເຢໂຫວາ​ກໍ​ເຮັດ​ໃຫ້​ເລື່ອງ​ນີ້​ເກີດ​ຂຶ້ນ​ແທ້​ໆ​. ສັດ​ລ້ຽງ​ທຸກ​ຊະນິດ​ຂອງ​ຄົນ​ເອຢິບ​ເລີ່ມ​ຕາຍ+ ແຕ່​ສັດ​ລ້ຽງ​ຂອງ​ຄົນ​ອິດສະຣາເອນ​ບໍ່​ຕາຍ​ຈັກ​ໂຕ.

  • ອົບພະຍົບ 9:10
    ຄຳພີໄບເບິນສະບັບແປໂລກໃໝ່
    • 10 ເຂົາ​ເຈົ້າ​ໄປ​ເອົາ​ຂີ້ເທົ່າ​ຢູ່​ເຕົາ​ເຜົາ​ແລະ​ໄປ​ຫາ​ຟາໂຣ ແລ້ວ​ໂມເຊ​ກໍ​ສາດ​ຂີ້ເທົ່າ​ໃສ່​ອາກາດ. ເມື່ອ​ຝຸ່ນ​ຈາກ​ຂີ້ເທົ່າ​ນັ້ນ​ຖືກ​ບ່ອນ​ໃດ​ຂອງ​ຄົນ​ຫຼື​ສັດ ບ່ອນ​ນັ້ນ​ກໍ​ເປັນ​ຝີ​ທີ່​ມີ​ໜອງ.

  • ອົບພະຍົບ 9:23
    ຄຳພີໄບເບິນສະບັບແປໂລກໃໝ່
    • 23 ໂມເຊ​ກໍ​ຍົກ​ໄມ້ຄ້ອນເທົ້າ​ຂຶ້ນ​ເທິງ​ຟ້າ ແລ້ວ​ພະ​ເຢໂຫວາ​ກໍ​ເຮັດ​ໃຫ້​ເກີດ​ຟ້າ​ຮ້ອງ ໝາກ​ເຫັບ​ຕົກ ແລະ​ມີ​ໄຟ*​ຕົກ​ລົງ​ມາ​ໃສ່​ດິນ. ພະ​ເຢໂຫວາ​ເຮັດ​ໃຫ້​ໝາກ​ເຫັບ​ຕົກ​ໃສ່​ແຜ່ນດິນ​ເອຢິບ​ບໍ່​ຢຸດ​ບໍ່​ເຊົາ.

  • ອົບພະຍົບ 10:12
    ຄຳພີໄບເບິນສະບັບແປໂລກໃໝ່
    • 12 ພະ​ເຢໂຫວາ​ຈຶ່ງ​ບອກ​ໂມເຊ​ວ່າ: “ເດ່​ໄມ້ຄ້ອນເທົ້າຂອງເຈົ້າ​ໄປ​ທາງແຜ່ນດິນ​ເອຢິບ ແລ້ວ​ຝູງ​ຕັກກະແຕນ​ຈະ​ເຂົ້າ​ມາ​ທົ່ວ​ແຜ່ນດິນ​ເອຢິບ. ພວກ​ມັນ​ຈະ​ກິນພືດ​ຜັກທັງ​ໝົດ​ທີ່​ຍັງ​ເຫຼືອ​ຢູ່​ຈາກ​ໝາກ​ເຫັບຕົກໃສ່ເທື່ອ​ແລ້ວ​ນີ້.”

  • ອົບພະຍົບ 10:21
    ຄຳພີໄບເບິນສະບັບແປໂລກໃໝ່
    • 21 ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ອີກ​ວ່າ: “ໃຫ້​ຍົກ​ໄມ້ຄ້ອນເທົ້າຂຶ້ນ​ເທິງ​ຟ້າ​ແລ້ວທົ່ວ​ແຜ່ນດິນ​ເອຢິບ​ກໍ​ຊິ​ມືດ​ຕຶບ.”

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌