27 ໂມເຊກໍຍົກໄມ້ຄ້ອນເທົ້າຂຶ້ນແລະຊີ້ໄປທາງທະເລທັນທີ. ຕອນໃກ້ຊິແຈ້ງນ້ຳທະເລກໍໄຫຼກັບມາຄືເກົ່າ. ເມື່ອພວກເອຢິບພະຍາຍາມໜີຈາກນ້ຳ ພະເຢໂຫວາກໍຖິ້ມພວກເຂົາໄວ້ຢູ່ກາງທະເລ.+ 28 ນ້ຳທະເລໄຫຼມາທັບພວກລົດຮົບ ພວກທະຫານມ້າ ແລະກອງທັບທັງໝົດຂອງຟາໂຣ.+ ບໍ່ມີໃຜລອດຈັກຄົນ.+