ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 1 ຊາມູເອນ 16:6, 7
    ຄຳພີໄບເບິນສະບັບແປໂລກໃໝ່
    • 6 ເມື່ອ​ເຂົາ​ເຈົ້າ​ເຂົ້າ​ມາ ຊາມູເອນ​ກໍ​ແນມເບິ່ງເອລີອາບ.+ ລາວ​ເວົ້າ​ວ່າ: “ຕ້ອງ​ແມ່ນ​ຜູ້​ນີ້​ແຫຼະ​ທີ່​ພະ​ເຢໂຫວາ​ຈະ​ເລືອກ.” 7 ແຕ່​ພະ​ເຢໂຫວາ​ບອກ​ຊາມູເອນ​ວ່າ: “ຢ່າ​ເບິ່ງ​ຮູບ​ຮ່າງ​ໜ້າ​ຕາ​ແລະ​ຄວາມສູງຂອງ​ລາວ.+ ເຮົາ​ບໍ່​ໄດ້​ເລືອກ​ລາວ ເພາະເຮົາບໍ່​ໄດ້​ເບິ່ງ​ຄື​ກັບ​ທີ່​ມະນຸດ​ເບິ່ງ. ມະນຸດ​ເບິ່ງ​ໜ້າ​ຕາ​ພາຍ​ນອກ ແຕ່​ພະ​ເຢໂຫວາເບິ່ງ​ຫົວໃຈ.”+

  • 1 ຂ່າວຄາວ 28:9
    ຄຳພີໄບເບິນສະບັບແປໂລກໃໝ່
    • 9 ໂຊໂລໂມນ​ລູກ​ພໍ່ ລູກ​ຕ້ອງ​ຮູ້ຈັກ​ພະເຈົ້າ​ຂອງ​ພໍ່. ໃຫ້​ລູກ​ຮັບໃຊ້​ເພິ່ນ​ດ້ວຍ​ສຸດ​ຫົວໃຈ+​ແລະ​ຢ່າງ​ມີ​ຄວາມສຸກ* ຍ້ອນ​ພະ​ເຢໂຫວາ​ກວດ​ເບິ່ງ​ຫົວໃຈ​ຂອງ​ທຸກ​ຄົນ+​ແລະ​ຮູ້​ຄວາມຄິດ​ທຸກ​ຢ່າງ.+ ຖ້າ​ລູກ​ຊອກ​ຫາ​ເພິ່ນ ລູກ​ກໍ​ຈະ​ພົບ​ເພິ່ນ+ ແຕ່​ຖ້າ​ລູກ​ຖິ້ມ​ເພິ່ນ ເພິ່ນ​ກໍ​ຈະ​ຖິ້ມ​ລູກ​ຕະຫຼອດ​ໄປ.+

  • ເພງສັນລະເສີນ 17:3
    ຄຳພີໄບເບິນສະບັບແປໂລກໃໝ່
    •  3 ພະອົງ​ໄດ້​ກວດ​ເບິ່ງ​ຫົວໃຈ​ຂອງ​ລູກ. ພະອົງ​ໄດ້​ກວດ​ສອບ​ເບິ່ງ​ລູກ​ໃນ​ຕອນ​ກາງຄືນ.+

      ພະອົງ​ໄດ້​ເຮັດ​ໃຫ້​ຫົວໃຈ​ຂອງ​ລູກ​ສະອາດ.*+

      ເມື່ອ​ພະອົງ​ກວດ​ແລ້ວ ພະອົງ​ຈະ​ເຫັນ​ວ່າ​ລູກ​ບໍ່​ໄດ້​ວາງ​ແຜນ​ຊົ່ວ​ຫຍັງ

      ແລະ​ລູກ​ຈະ​ບໍ່​ເຮັດ​ຜິດ​ທາງ​ຄຳເວົ້າ​ເລີຍ.

  • ເພງສັນລະເສີນ 139:23
    ຄຳພີໄບເບິນສະບັບແປໂລກໃໝ່
    • 23 ພະເຈົ້າ​ເອີ້ຍ ຂໍ​ພະອົງ​ກວດ​ເບິ່ງ​ຫົວ​ໃຈ​ຂອງ​ລູກ​ແລະ​ເບິ່ງ​ວ່າ​ລູກ​ເປັນ​ຄົນ​ແນວໃດ​ແທ້​ໆ​.+

      ຂໍ​ພະອົງ​ກວດ​ເບິ່ງ​ລູກ​ແລະ​ເບິ່ງ​ວ່າ​ລູກ​ມີ​ຄວາມ​ອຸກໃຈ​ຫຍັງ​ແດ່.+

  • ເຢເຣມີຢາ 20:12
    ຄຳພີໄບເບິນສະບັບແປໂລກໃໝ່
    • 12 ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເອີ້ຍ ພະອົງ​ກວດ​ເບິ່ງ​ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ.

      ພະອົງ​ຮູ້​ຈັກ​ຄວາມ​ຮູ້ສຶກ​ທີ່​ເລິກ​ທີ່​ສຸດ*​ແລະ​ຮູ້​ຈັກ​ຫົວໃຈ​ຂອງ​ເຂົາ​ເຈົ້າ.+

      ຂໍ​ໃຫ້​ລູກ​ໄດ້​ເຫັນ​ພະອົງ​ແກ້ແຄ້ນ​ສັດຕູ​ຂອງ​ລູກ+

      ຍ້ອນ​ລູກ​ໄດ້​ມອບ​ຄະດີ​ຂອງ​ລູກ​ໃຫ້​ພະອົງ​ຈັດການ​ແລ້ວ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌