ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເພງສັນລະເສີນ 18:6
    ຄຳພີໄບເບິນສະບັບແປໂລກໃໝ່
    •  6 ເມື່ອ​ລູກ​ທຸກໃຈ ລູກ​ເອີ້ນ​ຫາ​ພະ​ເຢໂຫວາ.

      ລູກ​ຮ້ອງ​ຂໍ​ຄວາມ​ຊ່ວຍເຫຼືອ​ຈາກ​ພະເຈົ້າ​ຂອງ​ລູກ​ຕະຫຼອດ.

      ພະອົງ​ໄດ້​ຍິນ​ສຽງ​ລູກ​ຈາກ​ວິຫານ​ຂອງ​ພະອົງ+

      ແລະ​ສຽງ​ຮ້ອງ​ຂໍ​ຄວາມ​ຊ່ວຍເຫຼືອ​ຂອງ​ລູກ​ໄປ​ຮອດ​ພະອົງ.+

  • ໂຢນາ 2:7
    ຄຳພີໄບເບິນສະບັບແປໂລກໃໝ່
    •  7 ຕອນ​ທີ່​ລູກ​ໃກ້​ຈະ​ຕາຍ ລູກ​ຄິດເຖິງ​ແຕ່​ພະ​ເຢໂຫວາ​ເທົ່າ​ນັ້ນ.+

      ແລ້ວ​ພະອົງ​ກໍ​ໄດ້​ຍິນ​ຄຳ​ອະທິດຖານ​ຂອງ​ລູກ​ຈາກ​ວິຫານ​ທີ່​ບໍລິສຸດ​ຂອງ​ພະອົງ.+

  • ມັດທາຍ 26:38, 39
    ຄຳພີໄບເບິນສະບັບແປໂລກໃໝ່
    • 38 ເພິ່ນ​ຈຶ່ງ​ບອກ​ເຂົາເຈົ້າ​ວ່າ: “ຂ້ອຍ​ທຸກ​ໃຈ​ຈົນ​ເກືອບ​ຊິ​ຕາຍ​ແລ້ວ. ໃຫ້​ພວກ​ເຈົ້າ​ຢູ່​ນີ້​ແລະ​ເຝົ້າ​ລະວັງ​ຢູ່​ສະເໝີ​ນຳ​ກັນ​ກັບ​ຂ້ອຍ.”+ 39 ພະ​ເຢຊູ​ໄດ້​ຍ່າງ​ໄປ​ອີກ​ໜ້ອຍ​ໜຶ່ງ ແລ້ວ​ເພິ່ນ​ກໍ​ໝູບ​ໜ້າ​ລົງ​ອະທິດຖານ​ວ່າ:+ “ພໍ່​ເອີ້ຍ ຖ້າ​ເປັນ​ໄປ​ໄດ້ ຂໍ​ໃຫ້​ຈອກ​ນີ້*+​ກາຍ​ລູກ​ໄປ. ແຕ່​ຢ່າ​ໃຫ້​ເປັນ​ໄປ​ຕາມ​ທີ່​ລູກ​ຕ້ອງການ ຂໍ​ໃຫ້​ເປັນ​ໄປ​ຕາມ​ທີ່​ພໍ່​ຕ້ອງການ.”+

  • ມາຣະໂກ 15:34
    ຄຳພີໄບເບິນສະບັບແປໂລກໃໝ່
    • 34 ເມື່ອ​ຮອດ​ຕອນ​ບ່າຍ 3 ໂມງ ພະ​ເຢຊູ​ຮ້ອງ​ສຽງ​ດັງ​ວ່າ: “ເອລີ ເອລີ ລາມາ ສະບັກທານີ?” ທີ່​ແປ​ວ່າ: “ພະເຈົ້າ ພະເຈົ້າ​ຂອງ​ລູກ ເປັນ​ຫຍັງ​ຈຶ່ງ​ຖິ້ມ​ລູກ?”+

  • ເຮັບເຣີ 5:7
    ຄຳພີໄບເບິນສະບັບແປໂລກໃໝ່
    • 7 ຕອນ​ທີ່​ມີ​ຊີວິດ​ຢູ່​ໃນ​ໂລກ ພະຄລິດ​ອະທິດຖານ​ຂໍ​ແລະ​ອ້ອນວອນ​ດ້ວຍ​ສຽງ​ດັງ​ພ້ອມ​ທັງ​ນ້ຳ​ຕາ​ໄຫຼ+​ຕໍ່​ພະເຈົ້າ​ຜູ້​ທີ່​ຊ່ວຍ​ເພິ່ນ​ໃຫ້​ພົ້ນ​ຈາກ​ຄວາມ​ຕາຍ​ໄດ້ ແລະ​ພະເຈົ້າ​ກໍ​ຟັງ​ເພິ່ນ​ຍ້ອນ​ເພິ່ນ​ຢ້ານຢຳ​ພະເຈົ້າ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌